ຂ່າວສານ

ອິນໂດເນເຊຍ: 4 ຄົນເສຍຊີວິດໃນເຫດກ່ຳປັ່ນເກີດໄຟໄໝ້

      ວັນທີ 23 ສິງຫາ, ວົງການເຈົ້າໜ້າທີ່ ອິນໂດເນເຊຍ ໃຫ້ຮູ້ວ່າ: ມີຢ່າງໜ້ອຍສຸດ 4 ຄົນຖືກເສຍຊີວິດ ແລະ ກ່ວາ 30 ຄົນຫາຍສາບສູນໃນເຫດໄຟໄໝ້ກ່ຳປັ່ນຂົນສົ່ງຜູ້ໂດຍສານຢູ່ນອກຝັ່ງທະເລແຂວງ Java ຕາເວັນອອກຂອງປະເທດນີ້.
             ທ່ານ Syachrul Nugroho ໂຄສົກທ່າກ່ຳປັ່ນ Tanjung Perak ຢູ່ນະຄອນ Surabaya ຖືວ່າ: ເມື່ອເກີດໄຟໄໝ້, ກ່ຳປັ່ນຖືກໄຟດັບ ດັ່ງນັ້ນບັນດາລູກເຮືອບໍ່ສາມາດດູດນ້ຳເພື່ອມາດັບມອດແປວໄຟທີ່ລລຸກໄໝ້ໄດ້.

ກ່ຳປັ່ນ KM Santika Nusantara . ພາບ: Tribunnews.
      ໃນຕອນຄ່ຳວັນທີ 22 ສິງຫາ (ຕາມເວລາທ້ອງຖິ່ນ), ກ່ຳປັ່ນ KM Santika Nusantara ຂົນສົ່ງຜູ້ໂດຍສານ 277 ຄົນຖືກປະສົບເຄາະຮ້າຍໃນຂະນະທີ່ພວມເຄື່ອນຍ້າຍແຕ່ນະຄອນ Surabaya ໄປເທດສະບານເມືອງ Balikpapan ຢູ່ເກາະ Borneo.
 (ແຫຼ່ງຄັດຈາກ VOV)


top