ຂ່າວສານ

ອິນເດຍ ແລະ ລາວ ຕີລາຄາສູງ ບົດບາດຕັ້ງໜ້າ ຂອງ ຫວຽດນາມ

      ທ່ານ ອານຸພາບ ວົງໜໍ່ເເກ້ວ ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ໄດ້ຕີລາຄາສູງທຸກໆຫົວຂໍ້ທີ່ ຫວຽດນາມ ຍົກອອກມາປຶກສາຫາລືໃນເດືອນເມສາ ຍ້ອນຄວາມຈຳເປັນ ແລະ ສຳຄັນ ໃນການແກ້ໄຂບັນດາສິ່ງທ້າທາຍ ເຊິ່ງໂລກພວມຕ້ອງປະເຊີນໜ້າ. 
ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)
      ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສປຊ ກ່ຽວກັບບົດບາດຂອງ ຫວຽດນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021, ທ່ານ ເອກອັກຄະລັດຖະທູດ T.S Tirumurti ຫົວໜ້າຄະນະຜູ້ຕາງໜ້າ ອິນເດຍ ປະຈຳ ສປຊ ແລະ ທ່ານ ອານຸພາບ ວົງໜໍ່ເເກ້ວ ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ລ້ວນແຕ່ຕີລາຄາສູງ ບົດບາດຕັ້ງໜ້າກໍ່ຄືກາລະໂອກາດຮ່ວມມືກັບຫວຽດນາມ.
            ທ່ານ ເອກອັກຄະລັດຖະທູດ T.S Tirumurti ຫົວໜ້າຄະນະຜູ້ຕາງໜ້າ ອິນເດຍ ປະຈຳ ສປຊ ໄດ້ຊີ້ແຈ້ງບັນດາຫົວຂໍ້ທີ່ ຫວຽດນາມ ຍົກອອກມາປຶກສາຫາລື ຢູ່ວາລະປະຊຸມຈຸດສຸມຂອງ ສປຊ ຄື “ຊຸກຍູ້ການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ” ຫຼື “ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນຂອງປະຊາຊົນ” ຫຼື “ວີທີການແກ້ໄຂໃຫ້ແກ່ບັນຫາລູກລະເບີດທີ່ບໍ່ທັນແຕກ” ລ້ວນແຕ່ມີຄວາມໝາຍທີ່ສຸດ. ອິນເດຍມີຄວາມຫວັງວ່າ ຈະສືບຕໍ່ໄດ້ຮ່ວມມືກັບ ຫວຽດນາມ ໃນຊຸມເດືອນຕໍ່ໄປ ຢູ່ ສປຊ.
            ໃນຂະນະນັ້ນ, ທ່ານ ອານຸພາບ ວົງໜໍ່ເເກ້ວ ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ໄດ້ຕີລາຄາສູງທຸກໆຫົວຂໍ້ທີ່ ຫວຽດນາມ ຍົກອອກມາປຶກສາຫາລືໃນເດືອນເມສາ ຍ້ອນຄວາມຈຳເປັນ ແລະ ສຳຄັນ ໃນການແກ້ໄຂບັນດາສິ່ງທ້າທາຍ ເຊິ່ງໂລກພວມຕ້ອງປະເຊີນໜ້າ. ທ່ານເອກອັກຄະລັດຖະທູດ ລາວ ເຊື່ອໝັ້ນວ່າ ບັນດາຫົວຂໍ້ດັ່ງກ່າວ ບໍ່ພຽງແຕ່ເໝາະສົມເທົ່ານັ້ນ ຫາກຍັງຈະປະກອບສ່ວນຢ່າງແທດຈິງເຂົ້າການຊຸກຍູ້ການປະຕິບັດບັນດາໂຄງການ, ການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັງຂອງພາກພື້ນ, ຊ່ວຍໃຫ້ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາບັນດາມະຕິຢ່າງທັນການ ເພື່ອແນໃສ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງ ໂລກ, ພິເສດແມ່ນພາກພື້ນອາຊີ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)


top