ຂ່າວສານ

ອິນເດຍ ເປັນເຈົ້າພາບຈັດກອງປະຊຸມສຸດຍອດພຸດທະສາສະໜາທົ່ວໂລກ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈະປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆຄື: ພຸດທະສາສະໜາ ແລະ ສັນຕິພາບ; ພຸດທະສາສະໜາ: ວິກິດການສິ່ງແວດລ້ອມ, ສຸຂະພາບ ແລະ ລັກສະນະຍືນຍົງ
ບັນດາຜູ້ແທນ, ແຂກມີກຽດ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ສາສະໜາພູດໂລກຄັ້ງທີ VI (ພາບ: giacngo.vn)

ກອງປະຊຸມສຸດຍອດພຸດທະສາສະໜາທົ່ວໂລກ ຄັ້ງທຳອິດຈະຈັດຂຶ້ນໃນ 2 ວັນ (ຄືວັນທີ 20 -21 ເມສາ) ຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ. ກອງປະຊຸມໂດຍສະຫະພັນພຸດທະສາສະໜາສາກົນ (IBC), ມີສຳນັກງານຕັ້ງຢູ່ ນິວເດລີ ຈັດຕັ້ງ. ຫົວຂໍ້ຂອງກອງປະຊຸມແມ່ນປະຕິກິລິຍາຂອງສາສະໜາຕໍ່ບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈະປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆຄື: ພຸດທະສາສະໜາ ແລະ ສັນຕິພາບ; ພຸດທະສາສະໜາ: ວິກິດການສິ່ງແວດລ້ອມ, ສຸຂະພາບ ແລະ ລັກສະນະຍືນຍົງ, ອະນຸລັກຮັກສາມູນເຊື້ອສາສະໜາພຸດ Nalanda ແລະ ປະເພນີນະມັດສະການພຸດທະສາສະໜາ, ມໍລະດົກມີຊີວິດ ແລະ ຊາກກະດູກພະພຸດທະເຈົ້າຄາດວ່າ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.


top