ຂ່າວສານ

ອິນເດຍ ພ້ອມແລ້ວຈະສະໜອງຢາປິ່ນປົວໂລກລະບາດໂຄວິດ-19 Remdesivir ຈຳນວນ 1 ລ້ານໂດສໃຫ້ແກ່ຫວຽດນາມ

      ບັນດາວິສາຫະກິດໄດ້ໃຫ້ຄຳໝັ້ນສັນຍາສະໜອງຢາປິ່ນປົວໂລກລະບາດໂຄວິດ-19 Remdesivir ຈຳນວນ 1 ລ້ານໂດສ ໃນຮອບເວລາ 30 ວັນຈະມາເຖິງ.
ອົງການການຄ້າຫວຽດນາມ ປະຈຳອິນເດຍ ຫວັງວ່າເລື່ອງຊື້ຢາພິເສດຈະຊ່ວຍໃຫ້ ຫວຽດນາມ ສາມາດຄວບຄຸມໂລກລະບາດໂດຍໄວ
(ພາບ: baoquocte.vn)
      ຕາມອົງການການຄ້າຫວຽດນາມ ປະຈຳອິນເດຍ ແລ້ວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ຟ້າມແຊັງເຈົ້າ ໄດ້ສ້າງຕັ້ງ “ກຸ່ມປະຕິກິລິຍາໄວກ່ຽວກັບຢາ ແລະ ວັກຊິນ” ດ້ວຍໜ້າທີ່ຊອກຫາ, ເຈລະຈາບັນດາແຫຼ່ງຢາ ແລະ ວັກຊິນໃຫ້ແກ່ຫວຽດນາມ.
ພາຍຫຼັງການເຮັດວຽກຢ່າງຕັ້ງໜ້າລະຫວ່າງກຸ່ມນີ້ກັບຫຼາຍບໍລິສັດການຢາໃຫຍ່ຂອງ ອິນເດຍ, ບັນດາວິສາຫະກິດໄດ້ໃຫ້ຄຳໝັ້ນສັນຍາສະໜອງຢາປິ່ນປົວໂລກລະບາດໂຄວິດ-19 Remdesivir ຈຳນວນ 1 ລ້ານໂດສ ໃນຮອບເວລາ 30 ວັນຈະມາເຖິງ. ບັນດາອົງການທີ່ມີໜ້າທີ່ຂອງ ອິນເດຍ ຈະພິຈາລະນາສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ບັນດາວິສາຫະກິດ ອິນເດຍ ເຮັດສຳເລັດລະບຽບການເພື່ອສົ່ງອອກຢາປະເພດນີ້. ອົງການການຄ້າຫວຽດນາມ ປະຈຳອິນເດຍ ຫວັງວ່າເລື່ອງຊື້ຢາພິເສດທີ່ຈຳເປັນນີ້ໂດຍໄວ ຈະຊ່ວຍໃຫ້ ຫວຽດນາມ ສາມາດຄວບຄຸມໂລກລະບາດໂດຍໄວ.
(ແຫຼ່ງຄັດຈາກ VOV)


top