ຂ່າວສານ

ອິນເດຍ ຊົມ​ເຊີຍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຫວຽດນາມ ແລະ ອິນເດຍ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນໃນທຸກຂັ້ນ, ໂດຍສະເພາະແມ່ນໃນປີ ຜ່ານມາ, ເມື່ອ ຫວຽດນາມ ດຳລົງຕຳແໜ່ງ, ເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເວລາ 2 ເດືອນຢ່າງສຳເລັດຜົນ.  
ທ່ານເອກອັກຄະລັດຖະທູດ ປອ. Tirumurti, ຫົວໜ້າຄະນະຜູ້ຕາງໜ້າ ອິນເດຍ ປະຈຳ ສປຊ (ພາບ: TTXVN)

  ຫວຽດນາມ ໄດ້ສິ້ນສຸດອາຍຸການເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ໄລຍະ 2020 – 2021 ຢ່າງເປັນທາງການໃນວັນທີ 31 ທັນວາ 2021. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສປຊ, ທ່ານເອກອັກຄະລັດຖະທູດ ປອ. Tirumurti, ຫົວໜ້າຄະນະຜູ້ຕາງໜ້າ ອິນເດຍ ປະຈຳ ສປຊ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ຢູ່ ສະພາຄວາມໝັ້ນຄົງ ສປຊ.  ຫວຽດນາມ ແລະ ອິນເດຍ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນໃນທຸກຂັ້ນ, ໂດຍສະເພາະແມ່ນໃນປີ ຜ່ານມາ, ເມື່ອ ຫວຽດນາມ ດຳລົງຕຳແໜ່ງ, ເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເວລາ 2 ເດືອນຢ່າງສຳເລັດຜົນ. ກ່ຽວກັບຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີຢູ່ ສະພາຄວາມໝັ້ນຄົງ ສປຊ, ທ່ານ ກໍໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ສຸມໃສ່ໃຫ້ບຸລິມະສິດແກ່ບາງບັນຫາສຳຄັນ, ເປັນຕົ້ນແມ່ນການຊຸກຍູ້ມະຕິວ່າດ້ວຍການປົກປັກຮັກສາພື້ນຖານໂຄງລ່າງໃນການປະທະກັນ. ຫວຽດນາມ ບັນລຸໄດ້ຖະແຫຼງການປະທານກ່ຽວກັບບັນຫາລູກລະເບີດ, ເຊິ່ງທ່ານຖືວ່າມີຄວາມສຳຄັນທີ່ສຸດ, ພິເສດແມ່ນໃນບັນດາກຳລັງກໍ່ການຮ້າຍພວມເລັ່ງໃສ່ກຳລັງຮັກສາສັນຕິພາບ.

        ໂດຍເປັນສະມາຊິກຂອງ ອາຊຽນ, ຫວຽດນາມ ໄດ້ນຳມາເຊິ່ງມູມມອງສຳຄັນໃນວາລະປຶກສາຫາລືຂອງ ສະພາຄວາມໝັ້ນຄົງ, ໂດຍສະເພາະແມ່ນໃນບັນຫາ ມຽນມາ.  ອິນເດຍ ສະໜັບສະໜູນທຸກຂໍ້ລິເລີ່ມຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top