ຂ່າວສານ

ອິນເດຍ - ຈີນ ຖອນກໍາລັງທະຫານອອກຈາກ 3 ຈຸດຢູ່ເສັ້ນຊາຍແດນ

      ວັນທີ 09 ມິຖຸນາ, ອິນເດຍ ແລະ ຈີນ ໄດ້ເລີ່ມຖອນກໍາລັງທະຫານອອກຈາກ 3 ຈຸດ ທີ່ຕັ້ງທັບຢູ່ລຽບຕາມເສັ້ນທາງຄວບຄຸມຕົວຈິງລະຫວ່າງສອງປະເທດ (ເຂດ LAC).

ທະຫານ ຂອງ ຈີນ ແລະ ອິນເດຍ ຢູ່ເຂດຊາຍແດນ (ພາບ: AFP/TTXVN)
      ການເຄື່ອນໄຫວດັ່ງກ່າວ ຖືກດໍາເນີນກ່ອນເວລາທີ່ຈັດຕັ້ງການເຈລະຈາການທະຫານ ເຊິ່ງຄາດວ່າ ຈະດໍາເນີນໃນອາທິດນີ້ ຢູ່ 3 ສະຖານທີ່ແຕກຕ່າງກັນຢູ່ເສັ້ນຊາຍແດນ. ການກະທໍາດັ່ງກ່າວແມ່ນເພື່ອແນໃສ່່ສ້າງບັນຍາກາດຮ່ວມມືໃຫ້ແກ່ການປຶກສາຫາລື.
        ກ່ອນໜ້ານັ້ນ, ວັນທີ 06 ມິຖຸນາ, ທ່ານພົນຕີ Harinder Singh, ຜູ້ບັນຊາການກອງກໍາລັງທະຫານເລກທີ 14 ຕັ້ງທັບຢູ່ Leh ຂອງກອງທັບ ອິນເດຍ ແລະ ທ່ານພົນຈັດຕະວາ Lin Lin, ຜູ້ບັນຊາການທະຫານເຂດ ໜານຊິງຈຽງ ຂອງກອງທັບປົດປ່ອຍປະຊາຊົນ ຈີນ ໄດ້ມີການພົບປະກັນ ຢູ່ເຂດ Moldo - ເຊິ່ງນອນໃນເສັ້ນທາງ LAC ເບື້ອງຂອງ ຈີນ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມເຄັ່ງຕຶງທີ່ເກີດຂຶ້ນໃນໄລຍະກວ່າ 1 ເດືອນຜ່ານມາ. ສອງຝ່າຍ ກໍຢັ້ງຢືນວ່າ ຈະສືບຕໍ່ພົວພັນແລກປ່ຽນຜ່ານຊ່ອງທາງການທູດ ແລະ ປ້ອງກັນຊາດ ເພື່ອແນໃສ່ແກ້ໄຂສະພາບການຢູ່ຊາຍແດນ ກໍຄືຮັບປະກັນສັນຕິພາບຢູ່ເຂດດັ່ງກ່າວ.
(ແຫຼ່ງຄັດຈາກ VOV)
 


top