ຂ່າວສານ

ອິນເດຍ - ຈີນ ດຳເນີນຮອບເຈລະຈາ ການທະຫານຂັ້ນສູງຮອບຕໍ່ໄປ

      ອິນເດຍ ແລະ ຈີນ ດຳເນີນຮອບເຈລະຈາ ການທະຫານຂັ້ນສູງຄັ້ງທີ 7 ໃນວັນທີ 12 ຕຸລາ. ການເຈລະຈາຄາດວ່າຈະເລີ່ມຕົ້ນແຕ່ເວລາ 12 ໂມງຢູ່ Chushul, ເຊິ່ງນອນຢູ່ຝ່າຍອິນເດຍ ຂອງເສັ້ນທາງຄວບຄຸມພື້ນຖານຕົວຈິງ (LAC) ຢູ່ພາກຕາເວັນອອກ Ladakh.

ທະຫານອິນເດຍລາດຕະເວນຢູ່ເຂດຊາຍແດນລະຫວ່າງ ອິນເດຍ - ຈີນ (ພາບ:  AFP/TTXVN)
      ໂຄງການເຈລະຈາຈະເຕື້ອງເຖິງວິວັດທະນາການຖອນທະຫານອອກຈາກບັນດາຈຸດທີ່ປະທະກັນຢູ່ພາກພື້ນນີ້. ສອງຝ່າຍກໍ່ຄາດວ່າຈະພິຈາລະນາບັນດາຂັ້ນຕອນຕໍ່ໄປເພື່ອຮັກສາຄວາມສະຖຽນລະພາບຢູ່ບໍລິເວນຕົວຈິງ ແລະ ຫຼີກລ້ຽງ ບໍ່ວ່າການກະທຳໃດໆທີ່ອາດຈະສ້າງຄວາມເຄັ່ງຕຶງໃໝ່ໃນພາກພື້ນ, ໂດຍເປັນຈຸດທີ່ບັນດາກຳລັງສອງຝ່າຍຈະປະເຊີນໜ້າກັບເງື່ອນໄຂທີ່ຫຍຸ້ງຍາກ ໃນ 4 ເດືອນຈະມາເຖິງຍ້ອນລະດູໜາວທີ່ໜາວຈັດ.
(ແຫຼ່ງຄັດຈາກ VOV)


top