ຂ່າວສານ

ອິດ​ສະ​ຣາ​ແອັນ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຫວຽດ​ນາມ ຢູ່ ພາກ​ພື້ນ​ຕາ​ເວັນ​ອອ​ກ​ກາງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ ອິດສະຣາແອັນ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Nadav Eshcar ເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ຫວຽດນາມ (ພາບ:VGP)

ຕອນບ່າຍວັນທີ 7 ຕຸລາ, ຢູ່ສຳນັກງານລັດຖະບານ, ທີ່ການຕ້ອນຮັບທ່ານ Nadav Eshcar ເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ ອິດສະຣາແອັນ, ທ່ານສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາການພົວພັນລະຫວ່າງສອງປະເທດ, ພິເສດແມ່ນໃນບັນດາຂົງເຂດການຄ້າ, ກະສິກຳ, ວິທະຍາສາດ - ເຕັກໂນໂລຢີ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ… ບັນດາບາດກ້າວພັດທະນາທີ່ໜ້າຮັບຮູ້ດັ່ງກ່າວ ໄດ້ນຳ ອິດສະຣາແອັນ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ພາກພື້ນຕາເວັນອອກກາງ.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ເມື່ອມີເງື່ອນໄຂຢ່າງຄົບຖ່ວນ, ສອງຝ່າຍຈະດຳເນີນບັນດາການເຄື່ນໄຫວແລກປ່ຽນຄະນະຜູ້ແທນ ແລະ ບັນດາກົນໄກຮ່ວມມືຄື ຄະນະກຳມະການປະສົມໂດຍ, ການປຶກສາຫາລືດ້ານການເມືອງລະຫວ່າງ ກະຊວງການຕ່າງປະເທດສອງປະເທດໂດຍໄວ. ຄຽງຄູ່ກັນນັ້ນ, ຕ້ອງຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ. ສອງຝ່າຍຄວນສູ້ຊົນນຳວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 2 – 3ເທົ່າໃນທ້າຍປີ 2025, ສົ່ງເສີມບັນດາວິສາຫະກິດ ອິດສະລາແອັນມາຢ້ຽມຢາມ ແລະ ເຂົ້າຮ່ວມງານງາງວະແດງ, ຕະຫຼາດນັດຢູ່ ຫວຽດນາມ, ໜູນຊ່ວຍບັນດາວິສາຫະກິດຫວຽດນາມຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມຢູ່ ອິດສະລາແອັນ…

ສ່ວນທ່ານ Nadav Eshcar ເອກອັກຄະຖະທູດອິດສະລາແອັນຫວັງວ່າ ສອງຝ່າຍຈະບັນລຸໄດ້ບັນດາບາດກ້າວສຸດທ້າຍເພື່ອລົງນາມສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ອິດສະລາແອັນໂດຍໄວ ກໍ່ຄືສາມາດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ ແລະ ໂດຍໄວ, ຜ່ານນັ້ນ ຈະຊຸກຍູ້ການພົວພັນແລກປ່ຽນ, ການຄ້າ, ການລົງທຶນລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)


top