ກອງທັບອາກາດ ອິດສະຣາແອັນ ໄດ້ດຳເນີນ ການບຸກໂຈມຕີຫຼາຍຄັ້ງເຂົ້ານະຄອນ Homs ທາງພາກກາງ, ນະຄອນແຄມທະເລ Latakia ແລະ ນະຄອນປະຫວັດສາດ Palmyra, Syria.
Smoke rises as a residential building collapses after an Israeli air strike, in Gaza City, September 8, 2025. Photo: REUTERS/Dawoud Abu Alkas
ວັນທີ 8 ກັນຍາ, ອົງການປ້ອງກັນພົນລະເຮືອນ ກາຊາ ໃຫ້ຮູ້ວ່າ: ກອງທັບ ອິດສະຣາແອັນ ສືບຕໍ່ດຳເນີນການບຸກໂຈມຕີຫຼາຍຄັ້ງ ຊື່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 40 ຄົນ, ເກືອບ 300 ຄົນຖືກບາດເຈັບ ແລະ ທຳລາຍຕຶກອາຄານສູງຫຼາຍຫຼັງ. ໃນວັນດຽວກັນ, ອົງການສາທາລະນະສຸກ ກາຊາ ແຈ້ງວ່າ ໄດ້ຮັບຮູ້ມີຄົນເສຍຊີວິດຍ້ອນອຶດຫິວຢູ່ເຂດ ກາຊາ ຕື່ມອີກ 6 ຄົນ, ຍົກຈຳນວນຜູ້ເສຍຊີວິດຍ້ອນອຶດຫິວຢູ່ ກາຊາ ນັບແຕ່ຕົ້ນໄລຍະເກີດການປະທະກັນຂຶ້ນເປັນ 393 ຄົນ.
ແລະ ກໍ່ໃນວັນດຽວກັນ, ກອງທັບອາກາດ ອິດສະຣາແອັນ ໄດ້ດຳເນີນ ການບຸກໂຈມຕີຫຼາຍຄັ້ງເຂົ້ານະຄອນ Homs ທາງພາກກາງ, ນະຄອນແຄມທະເລ Latakia ແລະ ນະຄອນປະຫວັດສາດ Palmyra, Syria. ຄວາມເສຍຫາຍ ແລະ ບາດເຈັບລົົ້ມຕາຍທີ່ເກີດຈາກເຫດບຸກໂຈມຕີດັ່ງກ່າວ ຍັງບໍ່ທັນໄດ້ປະກາດເທື່ອ.
ກ່ຽວຂ້ອງເຖິງເຫດບຸກໂຈມຕີດ້ວຍປືນຢູ່ປ້າຍລົດເມຢູ່ ເມື່ອວັນທີ 8 ກັນຍາ ທີ່ເຮັດໃຫ້ມີເສຍຊີວິດ ຢ່າງໜ້ອຍສຸດ 6 ຄົນ ແລະ ນັບພັນຄົນຖືກບາດເຈັບນັ້ນ, ອີຢູ, ອາເມລິກາ, ຝະລັ່ງ, UAE… ປະກາດວ່າ ເຫດການສະແດງໃຫ້ເຫັນຄວາມຈຳເປັນຕ້ອງມີຄຳສັ່ງຢຸດຍິງ; ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງ ພ້ອມທັງຢືນຢັນວ່າ: ມີພຽງແຕ່ມາດຕະການດ້ານການເມືອງເທົ່ານັ້ນ ຈຶ່ງຈະສາມາດນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບໄດ້.