ຂ່າວສານ

ອິດສະລາແອັນຈະມີວັກຊິນປ້ອງກັນ, ສະກັດກັ້ນ ເຊື້ອໄວຣັດ SARS-CoV-2 ໃນໄວໆນີ້

      ບັນດານັກວິທະຍາສາດອິດສະລາແອັນຫາກໍ່ໃຫ້ຮູ້ວ່າ ໃນສອງສາມອາທິດຈະມາເຖິງຈະມີວັກຊິນປ້ອງກັນການຕິດເຊື້ອໄວຣັດ SARS – CoV- 2. ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ອິດສະລາແອັນ ໃຫ້ຮູ້ວ່າ ບັນດານັກວິທະຍາສາດຂອງປະເທດນີ້ພວມມານະພະຍາຍາມພັດທະນາວັກຊິນປ້ອງກັນການຕິດເຊື້ອໄວຣັດ SARS – CoV- 2 ຊະນິດໜຶ່ງ.
            ສະຖາບັນຄົ້ນຄ້ວາ Galilee ຂອງ ອິດສະລາແອັນ ພວມມີບັນດາບາດກ້າວບຸກທະລຸກກ່ຽວກັບບັນດາການຄົ້ນຄ້ວານີ້. ໃນ 4 ປີທີ່ຜ່ານມາ, ກຸ່ມບັນດານັກວິທະຍາສາດຂອງສະຖາບັນຄົ້ນຄ້ວາ Galileeຂອງ ອິດສະລາແອັນ ກຸ່ມໜຶ່ງໄດ້ປະສົບຜົນສຳລັດໃນການພັດທະນາວັກຊິນປ້ອງກັນ, ຕ້ານໄວຣັດອັກເສບປອດຕິດແປດທີ່ກໍ່ໃຫ້ເກີດພະຍາດອັກເສບປອດໃນສັດປິກ. ບັນດານັກວິທະຍາສາດໄດ້ວິໄຈ DNA ຂອງ Covid – 19 ແລະ ກວດພົບວ່າໂລກໄຂ້ຫວັດສັດປີກມີລັກສະນະກຳມະພັນຄ້າຍຄືກັນຢ່າງສູງກັບມະນຸດ ແລະ ມີກົນໄກຕິດແປດຄ້າຍຄືກັນ. ວັກຊີນປ້ອງກັນການຕິດເຊື້ອໄວຣັດ SARS – CoV – 2 ອາດຈະໄດ້ຮັບການຜະລິດໃນເວລາ 90 ວັນຈະມາເຖິງ ແລະ ຈະແມ່ນວັກຊິນຊະນິດກິນ.
 (ແຫຼ່ງຄັດຈາກ VOV)


top