ຂ່າວສານ

ອິດສະຣາແອັນ ຍູ້ແຮງການບຸກໂຈມຕີໃສ່ເຂດ ກາຊາ

ໃນວັນທີ 23 ມີນາ, ກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດຫຼາຍຄັ້ງ ສົມທົບກັບການບຸກໂຈມຕີທາງບົກໃສ່ຫຼາຍເຂດທີ່ແຕກຕ່າງກັນຢູ່ເຂດ ກາຊາ.
ໃນວັນທີ 23 ມີນາ, ກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດຫຼາຍຄັ້ງ (ພາບປະກອບ: Reuters)

ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງ ແລະ ຄຳກ່າວເຕືອນຂອງປະຊາຄົມສາກົນ, ວັນທີ 23 ມີນາ, ກອງທັບ ອິດສະຣາແອັນ ໄດ້ຍູ້ແຮງບັ້ນບຸກໂຈມຕີຂະໜາດໃຫຍ່ແນໃສ່ເຂດ ກາຊາ, ກໍ່ຄວາມບາດເຈັບລົ້ມຕາຍຢ່າງໜັກໜ່ວງຕໍ່ຊາວ ປາແລັດສະຕິນ.

ສື່ມວນຊົນ ປາແລັດສະຕິນ ແລະ ພາກພື້ນໃຫ້ຮູ້ວ່າ, ໃນວັນທີ 23 ມີນາ, ກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດຫຼາຍຄັ້ງ ສົມທົບກັບການບຸກໂຈມຕີທາງບົກໃສ່ຫຼາຍເຂດທີ່ແຕກຕ່າງກັນຢູ່ເຂດ ກາຊາ. 2 ໃນຈຳນວນບັນດາເຂດຖືກບຸກໂຈມຕີຢ່າງຮ້າຍແຮງທີ່ສຸດແມ່ນນະຄອນ Khan Younis ແລະ ນະຄອນ Rafah ລ້ວນແຕ່ຂຶ້ນກັບທິດໃຕ້ເຂດ ກາຊາ.

ຕອນຄ່ຳວັນດຽວກັນ, ອົງການສາທາລະນະສຸກ ກາຊາ ໃຫ້ຮູ້ວ່າ, ຈຳນວນຜູ້ເສຍຊີວິດໃນເວລາ 6 ວັນຜ່ານມາ, ນັບແຕ່ເມື່ອ ອິດສະຣາແອັນ ເປີດບັ້ນບຸກໂຈມຕີຄືນໃໝ່ແນໃສ່ເຂດ ກາຊາ ໃນວັນທີ 18 ມີນາ ໄດ້ຂຶ້ນເຖິງເກືອບ 2.000 ຄົນ, ໃນນັ້ນມີເກືອບ 680 ຄົນເສຍຊີວິດ.


top