ຂ່າວສານ

ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເອ​ກະ​ລາດ ແລະ ພັດ​ທະ​ນາ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ

ຕອນເຊົ້າວັນທີ 23 ມີນາ,ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມຂ່ຳນັບ.

ຕອນເຊົ້າວັນທີ 23 ມີນາ,ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມຂ່ຳນັບ. 

    

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper (ພາບ: ກະຊວງການຕ່າງປະເທດ)

ເມື່ອແລກປ່ຽນກ່ຽວກັບການພົວພັນລະຫ່ວາງສອງປະເທດ, ທ່ານບຸຍແທັງເຊີນສະເໜີໃຫ້ທ່ານ Marc Knapper ສົມທົບກັນຊຸກຍູ້ການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດໃນປີ 2022 ແລະ ແລກປ່ຽນຄະນະຜູ້ແທນ, ພົບປະໃນທຸກຂັ້ນ, ທຸກຊ່ອງທາງ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມເພື່ອຍູ້ແຮງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດສຳຄັນກ່ວາອີກ ແລະ ໃຫ້ບູລິມະສິດເປັນຕົ້ນແມ່ນການຟື້ນຟູ ແລະ ການເຕີບໂຕເສດຖະກິດພາຍຫຼັງ ໂລກລະບາດໂຄວິດ - 19, ປັບປຸງການຮັບມືຂອງບັນດາລະບົບສະໜອງ, ກໍ່ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ພັດທະນາຂຽວ ແລະ ຍືນຍົງ, ບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ.

ສ່ວນທ່ານ Marc Knapper ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງກ້າວກະໂດດຂັ້ນຂອງ ຫວຽດນາມໃນຊຸມປີຜ່ານມາ; ທ່ານຢັ້ງຢືນວ່າ ອາເມລິກາ ຈະສະໜັບສະໜູນ ປະເທດຫວຽດນາມ ເອກະລາດແລະພັດທະນາໃຫ້ຮັ່ງມີເຂັ້ມແຂງ, ປາດຖະໜາຢາກນຳການພົວພັນກັບຫວຽດນາມຂຶ້ນສູ່ລະດັບສູງໃໝ່.

ເມື່ອແລກປ່ຽນກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ, ກ່ຽວຂ້ອງເຖິງບັນຫາຢູແກຼນ, ທ່ານລັດຖະມົນຕີບູຍແທັງເຊີນໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍ ສາກົນໂດຍສັນຕິວິທີ, ປະຕິບັດຕາມຫຼັກການພື້ນຖານຂອງ ກົດບັດສປຊ ແລະ ກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)


top