ຂ່າວສານ

ອາ​ເມ​ລິ​ກາ ແລະ ອີ​ຢູ ປະ​ກາດ​ຂໍ້​ລ​ິ​ເລີ່ມຫຼຸດ​ຜ່ອນ​ການ​ເອື່ອຍ​ອີງ​ໃສ່​ແຫຼ່ງ​ພະ​ລັງ​ງານ​ຂອງ ລັດ​ເຊຍ

ວັນທີ 25 ມີນາ, ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ປະກາດຂໍ້ຕົກລົງສະໜອງອາຍແກັດແຫຼວ LNG ເພື່ອໃຫ້ເອີຣົບຫຼຸດຜ່ອນການເອື່ອຍອີງໃສ່ແຫຼ່ງເຊື້ອໄຟຟອດຊິວຂອງ ລັດເຊຍ.

ວັນທີ 25 ມີນາ, ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ປະກາດຂໍ້ຕົກລົງສະໜອງອາຍແກັດແຫຼວ LNG ເພື່ອໃຫ້ເອີຣົບຫຼຸດຜ່ອນການເອື່ອຍອີງໃສ່ແຫຼ່ງເຊື້ອໄຟຟອດຊິວຂອງ ລັດເຊຍ.

    

ສູນເຊື້ອໄຟ Russkaya ຢູ່ ເຂດ Krasnodar, ລັດເຊຍ (ພາບ: TASS/TTXVN)

ຕາມຂໍ້ລິເລີ່ມໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາງ         Ursula von der Leyen ປະທານຄະນະກຳມະການເອີຣົບ (EC) ປະກາດ ສອງຝ່າຍຈະສ້າງຕັ້ງກຳລັງຮັບຜິດຊອບສະເພາະກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ ໂດຍຜູ້ຕາງໜ້າຂອງທຳນຽບຂາວ ແລະ ຜູ້ຕາງໜ້າ EC ບໍລິຫານ. ຄະນະກຳມະການດັ່ງກ່າວ ຈະຮັບຜິດຊອບເລື່ອງຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ ຢູແກຼນ ແລະ ອີຢູ ເພື່ອແນໃສ່ກະກຽມໃຫ້ແກ່ລະດູໜາວ ຈະມາເຖິງ ແລະ ໄລຍະຕໍ່ໄປ, ພ້ອມທັງໜູນຊ່ວຍ ອີຢູ ບັນລຸເປົ້າໝາຍຢຸດຕິການເອື່ອຍອີງໃສ່ແຫຼ່ງເຊື້ອໄຟຟອດຊິວຂອງ ລັດເຊຍ.

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຮ່ວມກັບທ່ານນາງ Ursula von der Leyen, ທ່ານປະທານາທິບໍດີ Joe Biden ຊີ້ແຈ້ງວ່າ ຂໍ້ລິເລີ່ມນີ້ ຈະສຸມໃສ່ສອງບັນຫາຫຼັກແຫຼ່ງ, ທີໜຶ່ງແມ່ນຊ່ວຍ ອີຢູ ຫຼຸດຜ່ອນການເອື່ອຍອີງໃສ່ແຫຼ່ງເຊື້ອໄຟຂອງ ລັດເຊຍ ໂດຍໄວທີ່ສຸດເທົ່າທີ່ໄວໄດ້, ທີສອງແມ່ນຫຼຸດຜ່ອນຄວາມຕ້ອງການເຊື້ອໄຟຂອງສະຫະພາບເວົ້າລວມ.

(ແຫຼ່ງຄັດຈາກ VOV)


top