ຂ່າວສານ

ອາ​ເມ​ລິ​ກາ ແລະ ລັດ​ເຊຍ ກ່າວ​ຫາ​ກັນ​​ລະ​ເມີດ​ສົນ​ທິ​ສັນ​ຍາ New START

ວັນທີ 31 ມັງກອນ, ວໍຊິງຕັນ ໄດ້ຍົກອອກຄຳກ່າວຫາ ມົດສະກູ ລະເມີດສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START).
  ລູກສອນໄຟນຳວິຖີຂອງ ລັດເຊຍ (ພາບ: AP/TTXVN)  

ເຫດຜົນຂອງການກ່າວຫາ ເຊິ່ງ ຝ່າຍ ອາເມລິກາ ໄດ້ຍົກອອກມາແມ່ນ ລັດເຊຍ ປະຕິເສດການອະນຸຍາດໃຫ້ດຳເນີນການເຄື່ອນໄຫວຕິດຕາມກວດກາຢູ່ດິນແດນຂອງປະເທດນີ້. ຕາມໂຄສົກຜູ້ໜຶ່ງຂອງກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ການກະທຳດັ່ງກ່າວຂອງ ລັດເຊຍ ໄດ້ກີດຂວາງເລື່ອງ ອາເມລິກາ ປະຕິບັດບັນດາສິດສຳຄັນຂອງຕົນ ທີ່ໄດ້ກຳນົດໄວ້ໃນສົນທິສັນຍາ ພ້ອມທັງນາບຂູ່ເຖິງຄວາມເປັນໄປໄດ້ຂອງການຄວບຄຸມອາວຸດນິວເຄຼຍລະຫວ່າງສອງປະເທດ. ເຈົ້າໜ້າທີ່ປະເທດນີ້ ກໍເນັ້ນໜັກວ່າ ອາເມລິກາ ພ້ອມແລ້ວທີ່ຈະສົມທົບກັບ ລັດເຊຍ ໃນການປະຕິບັດສົນທິສັນຍາສະບັບນີ້.

ກໍໃນວັນດຽວກັນ, ທ່ານ Konstantin Kosachev ຮອງປະທານສະພາສູງ ລັດເຊຍ ໄດ້ຕຳໜິຕິຕຽນ ອາເມລິກາ ວ່າ ໄດ້ “ຕັ້ງໃຈວາງເງື່ອນໄຂອອກຄືແນວນັ້ນເພື່ອສາມາດປະຕິບັດສິດຕິດຕາມກວດກາ ລັດເຊຍ ຕາມລຳພັງຝ່າຍດຽວ”, ສິ່ງດັ່ງກ່າວ ໄປຝືນກັບສົນທິສັນຍາ New START “ເພາະກົນໄກຄວບຄຸມທີ່ກຳນົດໃນສົນທິສັນຍາແມ່ນມີຄວາມກ້ຳເກີງ”.


top