ວັນທີ 17 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ດຳເນີນການເຈລະຈາຢູ່ທຳນຽບຂາວ, ນະຄອນຫຼວງວໍຊິງຕັນ, ປະເທດ ອາເມລິກາ.
ການເຈລະຈາລະຫວ່າງສອງຝ່າຍ (ພາບ: REUTERS/Jonathan Ernst)
ທີ່ການເຈລະຈາ, ທ່ານປະທານາທິບໍດີ Donald Trump ສະແດງຄວາມເຊື່ອໝັ້ນວ່າ ວິວັດການເຈລະຈາສັນຕິພາບຢູ່ ຢູແກຼນ ພວມໄດ້ດຳເນີນຢ່າງຖືກທິດ ແລະ ໂອກາດເພື່ອບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນແມ່ນມີຄວາມເປັນໄປໄດ້ສູງ. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ບໍ່ຢັ້ງຢືນເຖິງກໍລະນີ ຢູແກຼນອາດຈະຟື້ນຟູຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງຖືວ່າ ລັດເຊຍ ພວມມີການກະທຳແກ່ຍາວວິວັດການເຈລະຈາເພື່ອປັບປຸງທີ່ຕັ້ງຂອງຕົນຕື່ມອີກ. ໃນຂົງເຂດປ້ອງກັນຊາດ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ຈະພິຈາລະນາຢ່າງລະມັດລະວັງຄວາມສາມາດສະໜອງລູກສອນໄຟນຳວິຖີ Tomahawk ໃຫ້ແກ່ຢູແກຼນ ແລະ ສະແດງຄວາມປາດຖະໜາ ຢາກຊອກຫາວິທີການດີທີ່ສຸດ ເຊິ່ງບໍ່ຕ້ອງນຳໃຊ້ອາວຸດບຸກໂຈມຕີຊະນິດນີ້.