ຂ່າວສານ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

ຕາມບັນດາແຫຼ່ງຂ່າວແລ້ວ, ຫຼາຍໂຮງງານກັ່ນຕອງນ້ຳມັນຂອງ ອາເມລິກາ ຢູ່ເຂດອ່າວ ເມັກຊີໂກ ມີຄວາມສາມາດບຳບັດນ້ຳມັນດິບປະເພດໜັກຂອງ ເວເນຊູເອລາ ແລະ ເຄີຍນຳເຂົ້ານ້ຳມັນປະເພດດັ່ງກ່າວ.

        ກໍໃນວັນທີ 06 ມັງກອນ, ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ ທ່ານ Donald Trump  ໄດ້ປະຕິເສດຂໍ້ສັງເກດຂອງນັກວິເຄາະຈຳນວນໜຶ່ງໂດຍຖືວ່າ ຈະເສຍເວລາຫຼາຍປີ ເພື່ອຟື້ນຟູປະລິມານນ້ຳມັນຂອງ ເວເນຊູເອລາ, ພ້ອມທັງຢັ້ງຢືນວ່າ ມີບັນດາມາດຕະການອາດຈະຍູ້ໄວການເຄື່ອນໄຫວຂຸດຄົ້ນຢູ່ປະເທດ ອາເມລິກາໃຕ້ ນີ້.

        ປະລິມານ ແລະ ການສົ່ງອອກນ້ຳມັນຂອງ ເວເນຊູເອລາ ໄດ້ຫຼຸດລົງຢ່າງແຮງໃນສອງທົດສະວັດຜ່ານມາ, ຈາກກວ່າ 3 ລ້ານຖັງຕໍ່ວັນ ຫຼຸດລົງຕ່ຳກວ່າ 1 ລ້ານຖັງຕໍ່ວັນ, ຍ້ອນສະພາວະຂາດແຄນການລົງທຶນໃນໄລຍະຍາວ ເຮັດໃຫ້ພື້ນຖານໂຄງລ່າງນ້ຳມັນອາຍແກັດຖືກເປ່ເພຊຸດໂຊມລົງຢ່າງຮ້າຍແຮງ.


top