ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ ເລື່ອງເປີດສະຖານທູດຄືນໃໝ່ຈະຊ່ວຍເພີ່ມທະວີດ້ານການທູດ, ໜູນຊ່ວຍພົນລະເມືອງ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມຮັກສາ ເສດຖະກິດຢູ່ປະເທດ ອາເມລິກາ ໃຕ້ ນີ້ໃຫ້ມີຄວາມໝັ້ນທ່ຽງ.
ສະຖານທູດ ອາເມລິກາ ປະຈຳ ເວເນຊູເອລາ (ພາບ: REUTERS)
ວັນທີ 30 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ໄດ້ເຊື່ອມຕໍ່ການເຄື່ອນໄຫວຢູ່ສະຖານທູດ ປະຈຳນະຄອນຫຼວງ Caracas, Venezuela ຄືນໃໝ່ຢ່າງເປັນທາງການ. ແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ ເລື່ອງຟື້ນຟູການເຄື່ອນໄຫວທາງການທູດໄດ້ເປີດອອກ “ສັງກາດໃໝ່” ໃນການພົວພັນລະຫວ່າງສອງປະເທດ, ພາຍຫຼັງຖືກຂາດວັກຂາດຕອນມາຫຼາຍປີ ນັບແຕ່ປີ 2019 ເມື່ອ ອາເມລິກາ ຖອນພະນັກງານການທູດທັງໝົດອອກຈາກນະຄອນຫຼວງ ດັ່ງກ່າວ ຍ້ອນສະພາບການເມືອງຢູ່ ເວເນຊູເອລາ ຂາດຄວາມໝັ້ນທ່ຽງ. ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ ເລື່ອງເປີດສະຖານທູດຄືນໃໝ່ຈະຊ່ວຍເພີ່ມທະວີດ້ານການທູດ, ໜູນຊ່ວຍພົນລະເມືອງ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມຮັກສາ ເສດຖະກິດຢູ່ປະເທດ ອາເມລິກາ ໃຕ້ ນີ້ໃຫ້ມີຄວາມໝັ້ນທ່ຽງ.
ກ່ອນໜ້ານັ້ນ, ອາເມລິກາ ແລະ ອຳນາດການປົກຄອງຊົ່ວຄາວຢູ່ ເວເນຊູເອລາ ໄດ້ຕົກລົງເປັນເອກະພາບສ້າງສາຍພົວພັນທາງການທູດ ແລະ ສະຖານກົງສູນໃຫຍ່ຄືນໃໝ່, ບາດກ້າວດັ່ງກ່າວໄດ້ຮັບການພັນລະນາວ່າ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຄວາມມານະພະຍາຍາມລວມຂອງສອງປະເທດ ແນໃສ່ຊຸກຍູ້ສະຖຽນລະພາບ, ຊ່ວຍຟື້ນຟູເສດຖະກິດ ແລະ ມຸ່ງໄປເຖິງການໄກ່ເກ່ຍທາງການເມືອງຢູ່ ເວເນຊູເອລາ.