ຂ່າວສານ

ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ຍີ່​ປຸ່ນ ແລະ ອິນ​ເດຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່​ມ​ທະ​ວີ​ການ​ຮ່ວມມ​ື​ຮັບ​ປະ​ກັນ​ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ​ວາ​ຕູງ

ບັນດາຝ່າຍຢັ້ງຢືນວ່າ ກົດໝາຍສາກົນ, ສັນຕິພາບ ແລະ ຄວາມໝັ້ນຄົງໃນຂົງເຂດການເດີນເຮືອ ເປັນພື້ນຖານໃຫ້ແກ່ການພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດກົດໝາຍສາກົນ, ພິເສດແມ່ນໄດ້ສ່ອງແສງໃນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ເພື່ອແນໃສ່ຮັບມືກັບສິ່ງທ້າທາຍກ່ຽວກັບບັນຫາຄວາມໝັ້ນຄົງຢູ່ທະເລ, ລວມມີຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ.

ລັດຖະມົນຕີການຕ່າງປະເທດ 4 ປະເທດ ໃນກອງປະຊຸມຖະແຫຼງຂ່າວ ໃນວັນທີ 11 ກຸມພາ (ພາບ: AFP/TTXVN)

ກຸ່ມເຈລະຈາຄວາມໝັ້ນຄົງ 4 ຝ່າຍ ລວມມີ ອົດສະຕາລີ, ອາເມລິກາ, ຍີ່ປຸ່ນ ແລະ ອິນເດຍ ໃຫ້ຄໍາໝັ້ນສັນຍາຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າ ເພື່ອແນໃສ່ຮັບປະກັນຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ - ທະເລຮວາຕູງ, ພ້ອມທັງໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກວ່າ ກັບບັນດາປະເທດມະຫາສະໝຸດອິນເດຍ - ປາຊີຟິກໃນການອະນຸລັກແຫຼ່ງຊັບພະຍາກອນທຳມະຊາດຢູ່ນອກຝັ່ງຂອງຕົນ. ໃນຖະແຫຼງການຮ່ວມທີ່ຍົກອອກພາຍຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດ 4 ປະເທດ, ດ້ວຍການເຂົ້າຮ່ວມຂອງທ່ານນາງ Marise Payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານ Subrahmanyam Jaishankar ລັດຖະມົນຕີການຕ່າງປະເທດ ອິນເດຍ, ທ່ານ Yoshimasa Hayashi ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ຢູ່ ນະຄອນ Melbourne, ອົດສະຕາລີ ໃນວັນທີ 11 ກຸມພາ, ບັນດາຝ່າຍຢັ້ງຢືນວ່າ ກົດໝາຍສາກົນ, ສັນຕິພາບ ແລະ ຄວາມໝັ້ນຄົງໃນຂົງເຂດການເດີນເຮືອ ເປັນພື້ນຖານໃຫ້ແກ່ການພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດກົດໝາຍສາກົນ, ພິເສດແມ່ນໄດ້ສ່ອງແສງໃນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ເພື່ອແນໃສ່ຮັບມືກັບສິ່ງທ້າທາຍກ່ຽວກັບບັນຫາຄວາມໝັ້ນຄົງຢູ່ທະເລ, ລວມມີຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ.

(ແຫຼ່ງຄັດຈາກ VOV)

    top