ກ່າວຄຳເຫັນນະທີ່ນີ້, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ປະເທດ ອາເມລິກາ ອາໄລຫາ ບັນດາວິນຍານທີ່ຖືກເສຍຊີວິດ ໃນວັນທີ 11 ກັນຍາ, ພ້ອມທັງເນັ້ນໜັກວ່າ ອາເມລິກາ ບໍ່ມີວວັນຈະຫຼົງລື່ມ ບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ.
ພິທີ ອາໄລຫາ ເຫດການ 25 ປີແຫ່ງວັນກໍ່ການຮ້າຍ 11 ກັນຍາ (ພາບ: VNA)
ວັນທີ 11 ກັນຍາ, ປະເທດ ອາເມລິກາ ໄດ້ຈັດພິທີອາໄລຫາ ໃນທົ່ວປະເທດເພື່ອສ້າງຂີດໝາຍ 25 ປີເຫດການກໍການຮ້າຍ ໃນວັນທີ 11 ກັນຍາ 2001, ອາໄລຫາຜູ້ເສຍຊີວິດເກືອບ 3000 ຄົນຢູ່ນິວຢອກ, ທຳນຽບ 5 ແຈ ແລະ Shanksville, ລັດ Pennsylvania.
ຢູ່ນິວຢອກ, ຍາດພີ່ນ້ອງຂອງຜູ້ປະສົບເຄາະຮ້າຍ ສືບຕໍ່ປະເພນີອ່ານຊື່ຜູ້ເສຍຊີວິດ ແລະ ສະຫງວນໜຶ່ງນາທີ່ອາໄລຫາໃນຈຸດເວລາເຮືອບິນຂອງພວກກໍ່ການຮ້າຍ ຕ່ຳໃສ່ຕຶກແຝດສູນການຄ້າໂລກ, ທຳນຽບ 5 ແຈ ແລະ ເມື່ອຕຶກແຝດພັງຖະຫຼົ່ມລົງ.
ປີນີ້, ທ່ານ ປະທານາທິບໍດີ ອາເມລິກາ Donald Trump ເຂົ້າຮ່ວມພິທີໄວ້ອາໄລຢູ່ທຳນຽບ 5 ແຈ, ບ່ອນມີຜູ້ເສຍຊີວິດ 184 ຄົນ ໃນເຫດບຸກໂຈມຕີ ປີ 2001. ກ່າວຄຳເຫັນນະທີ່ນີ້, ທ່ານ Donald Trump ຢັ້ງຢືນວ່າ ປະເທດ ອາເມລິກາ ອາໄລຫາ ບັນດາວິນຍານທີ່ຖືກເສຍຊີວິດ ໃນວັນທີ 11 ກັນຍາ, ພ້ອມທັງເນັ້ນໜັກວ່າ ອາເມລິກາ ບໍ່ມີວວັນຈະຫຼົງລື່ມ ບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ.