ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຊີ້ນຳບັນດາອົງການການທູດ ອາເມລິກາ ທັງໝົດໃນໂລກ ຢຸດຕິການອອກວິຊີທຸກປະເພດໃຫ້ແກ່ພົນລະເມືອງ ອາບການິດສະຖານ.
(ພາບປະກອບ: REUTERS/Dado Ruvic)
ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຊີ້ນຳບັນດາອົງການການທູດ ອາເມລິກາ ທັງໝົດໃນໂລກ ຢຸດຕິການອອກວິຊີທຸກປະເພດໃຫ້ແກ່ພົນລະເມືອງ ອາບການິດສະຖານ, ໝາຍຄວາມວ່າ ໂຄງການວິຊາພິເສດທີ່ສະຫງວນໃຫ້ແກ່ຊາວ ອາບການິດສະຖານ ທີ່ເຄີຍຊ່ວຍເຫຼືອ ອາເມລິກາ ໃນຕະຫຼອດ 2 ທົດສະວັດ ທີ່ປະເທດນີ້ມີທະຫານປະຈຳຢູ່ ອາບການິດສະຖານ ກໍຖືກຢຸດຕິເຊັ່ນດຽວກັນ.
ແຈ້ງການຂອງລັດຖະບານເຖິງບັນດາອົງການຕາງໜ້າທາງການທູດ ອາເມລິກາ ໃນວັນທີ 28 ພະຈິກ ມີຜົນສັກສິດໃນທັນທີ, ໂດຍໄດ້ລະບຸຢ່າງຈະແຈ້ງວ່າ ທຸກສຳເນົາເອກະສານຂໍວິຊາຂອງພົນລະເມືອງ ອາບການິດສະຖານ, ລວມທັງວິຊາປະຈຳຖິ່ນພິເສດ ລ້ວນແຕ່ຖືກປະຕິເສດ.