ຂ່າວສານ

ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ເພີ່ມ​ເຕີມ​ໃນ​ໄລ​ຍະ 90 ວັນ​ສຳ​ລັບ ຫວຽດ​ນາມ​ແມ່ນ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ

ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຫວຽດນາມຈະພ້ອມກັບ ອາເມລິກາ ດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າ ບົນພື້ນຖານເຄົາລົບນັບຖືເຊິ່ງກັນແລະກັນ ເພື່ອແນໃສ່ບັນລຸບັນດາມາດຕະການທີ່ສົມເຫດສົມຜົນມຸ່ງໄປເຖິງຄວາມສົມດູນທາງການຄ້າ, ຍືນຍົງ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN )
ອາເມລິກາ ຢຸດຕິການຈັດວາງອັດຕາພາສີເພີ່ມເຕີມໃນໄລຍະ 90 ວັນສຳລັບ ຫວຽດນາມແມ່ນບາດກ້າວທີ່ຕັ້ງໜ້າ ນີ້ແມ່ນການຢັ້ງຢືນຂອງທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທີ່ການຖະແຫຼງຂ່າວນັດສາມັນທີ່ໄດ້ຈັດຂຶ້ນໃນວັນທີ 10 ເມສາ ຢູ່ຮ່າໂນ້ຍ. ຕາມທ່ານນາງແລ້ວ, ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຫວຽດນາມຈະພ້ອມກັບ ອາເມລິກາ ດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າ ບົນພື້ນຖານເຄົາລົບນັບຖືເຊິ່ງກັນແລະກັນ ເພື່ອແນໃສ່ບັນລຸບັນດາມາດຕະການທີ່ສົມເຫດສົມຜົນມຸ່ງໄປເຖິງຄວາມສົມດູນທາງການຄ້າ, ຍືນຍົງ ແລະ ຕອບສະໜອງຜົນປະໂຫຍດຂອງປະຊາຊົນ, ວິສາຫະກິດສອງປະເທດ. ສິ່ງນີ້ກໍ່ສະແດງໃຫ້ເຫັນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງສອງປະເທດ, ກໍ່ຄືຈິດໃຈ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດຂອງສອງປະເທດ.

top