ຂ່າວສານ

ອາ​ເມ​ລິ​ກາ, ຟີ​ລິ​ບ​ປິນ ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ ​ຕໍ່ມະ​ຫາ​ສະ​ຫມຸດ​ອິນ​ເດຍ - ປາ​ຊີ​ຟິກ​ແຫ່ງ​ເສ​ລີ​ພາບ ແລະ ເປີດກວ້າງ

ວັນທີ 9 ມິຖຸນາ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Wendy Sherman ໄດ້ ພົບປະກັບທ່ານປະທານາທິບໍດີ ຟີລິບປິນຄົນໃໝ່ Ferdinand Marcos ແລະ ບັນດາເຈົ້າໜ້າທີ່ຂອງປະເທດນີ້ຢູ່ນະຄອນຫຼວງ Manila.
  ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ Wendy Sherman (ພາບ: ກະຊວງການຕ່າງປະເທດ ອາເມລິກາ)  

ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ອາເມລິກາແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງການສົມທົບກັນລະຫວ່າງສອງປະເທດລວມມີຄູ່ຮ່ວມມືພາກລັດ - ເອກະຊົນ ໃນບັນດາຂົງເຂດຄື: ເສດຖະກິດ, ພະລັງງານສະອາດ ແລະ ເສດຖະກິດດີຈີຕອນ. ສອງຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງ ສຳພັນທະມິດ ອາເມລິກາ - ຟີລິບປິນ ຕໍ່ຄວາມໝັ້ນຄົງ ແລະ ວັດທະນາຖາວອນຢູ່ພາກພື້ນ ມະຫາສະຫມຸດອິນເດຍ - ປາຊີຟິກ ແລະ ໃນທົ່ວໂລກ.ທ່ານປະທານາທິບໍດີ Marcos ແລະ ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ Wendy Sherman ກໍ່ໄດ້ປຶກສາຫາລືກ່ຽວກັບກາລະໂອກາດເພີ່ມທະວີສຳພັນທະມິດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະ, ທ່ານນາງ Wendy Sherman ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງສອງປະເທດ ໃນການຮັກສາ ແລະ ປັບປຸງ ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ. ທ່ານນາງ Wendy Sherman ກໍ່ສະແດງຄວາມຊົມເຊີຍຕໍ່ເລື່ອງ ຟີລິບປິນ ເຂົ້າຮ່ວມການເຈລະຈາຂອບເສດຖະກິດ ມະຫາສະຫມຸດອິນເດຍ - ປາຊີຟິກ ເຊິ່ງທ່ານປະທານາທິບໍດີ Joe Biden ຫາກໍ່ປະກາດຫວ່າງມໍ່ໆມານີ້.

ແລະກໍ່ໃນວັນດຽວກັນ, ທ່ານນາງ Wendy Sherman ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງຟີລິບປິນ ທ່ານ Teodoro Locsin. ສອງຝ່າຍໄດ້ເຕື້ອງເຖິງຄວາມສຳຄັນຂອງການຮັກສາ ມະຫາສະຫມຸດອິນເດຍ - ປາຊີຟິກແຫ່ງເສລີພາບ ແລະ ເປີດກວ້າງ ພ້ອມທັງປຶກສາຫາລືສະພາບການຢູ່ຢູແກຼນ ກໍ່ຄືຜົນສະທ້ອນໃນທົ່ວໂລກ ຂອງວິກິດການຢູ່ທີ່ນີ້.


top