ຂ່າວສານ

ອາ​ເມ​ລິ​ກາ ປິດ​ປະ​ຕູ​ສະ​ຖານ​ທູດ ປະ​ຈຳ Jerusalem

ກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງປິດປະຕູສະຖານທູດປະຈຳ Jerusalem ແຕ່ວັນທີ 18 – 20 ມິຖຸນາ.

  ສະຖານທູດ ອາເມລິກາ ປະຈຳ Jerusalem (ພາບ: ANADOLU AGENCY)  

ໃນສື່ສັງຄົມອອນໄລ X, ວັນທີ 17 ມິຖຸນາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງປິດປະຕູສະຖານທູດປະຈຳ Jerusalem ແຕ່ວັນທີ 18 – 20 ມິຖຸນາ, ໂດຍໄດ້ອ້າງເຫດຜົນຍ້ອນ “ສະພາບການຄວາມໝັ້ນຄົງ” ແລະ ປະຕິບັດຕາມຄຳແນະນຳຂອງກອງບັນຊາການແນວຮົມພາຍໃນ ອິດສະຣາແອັນ. ຕາມນັ້ນແລ້ວ, ບັນດາກົງສູນປະຈຳ Jerusalem ແລະ Tel Aviv ລ້ວນແຕ່ຢຸດຕິການເຄື່ອນໄຫວໃນໄລຍະນີ້.

ກໍໃນວັນດຽວກັນ, ທ່ານປະທານາທິບໍດີ Donald Trump ໄດ້ໂຮມປະຊຸມສະພາຄວາມໝັ້ນຄົງແຫ່ງຊາດ ເພື່ອປຶກສາຫາລືກ່ຽວກັບສະພາບການປະທະກັນລະຫວ່າງ ອິດສະຣາແອັນ - ອີຣານ. ກອງປະຊຸມໄດ້ດຳເນີນພາຍຫຼັງທີ່ທ່ານປະທານາທິບໍດີ Trump ຮຽກຮ້ອງ ເຕເຮຣານ ອອກມາຍອມຈຳນົນ “ໂດຍບໍ່ມີເງື່ອນໄຂ”.

ວົງການເຈົ້າໜ້າທີ່ ອາເມລິກາ ຢັ້ງຢືນວ່າ ໄລ່ຮອດປັດຈຸບັນ, ວໍຊິງຕັນ ຍັງບໍ່ທັນເຂົ້າຮ່ວມບັ້ນຮົບ, ແຕ່ທ່ານປະທານາທິບໍດີ ອາເມລິກາ ພວມຊັ່ງຊາທຸກແບບວິທີ.


top