ຂ່າວສານ

ອາ​ເມ​ລິ​ກາ ຕົກ​ລົງ​ເຫັນ​ດີ​ຕໍ່​ສັນ​ຍາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ອາ​ຊີບ​ຫາ​ປາ ຢ່າງ​ເປັນ​ທາງ​ການ

ອາເມລິກາ ໄດ້ກາຍເປັນປະເທດທໍາອິດໃນຈຳນວນບັນດາປະເທດຈັບຫາປາຢ່າງຫຼວງຫຼາຍໄດ້ຕົກລົງເຫັນດີປະຕິບັດສັນຍາກ່ຽວກັບການໜູນຊ່ວຍອາຊີບຫາປາ.
ທ່ານນາງຜູ້ອຳນວຍການໃຫຍ່ WTO Ngozi Okonjo – Iweala (ພາບ: Channels Television)

ວັນທີ 11 ເມສາ, ອາເມລິກາ ໄດ້ສົ່ງໜັງສືສະແດງຄວາມຕົກລົງເຫັນດີຕໍ່ສັນຍາກ່ຽວກັບການໜູນຊ່ວຍອາຊີບຫາປາ, ເຊິ່ງເປັນສັນຍາສະບັບທຳອິດຂອງອົງການການຄ້າໂລກ (WTO) ທີ່ຖືຄວາມຍືນຍົງກ່ຽວກັບສິ່ງແວດລ້ອມເປັນແກ່ນສານ, ເຊິ່ງໄດ້ຮັບການຮັບຮອງເອົາໃນປີ 2022. ເປັນອັນວ່າ, ອາເມລິກາ ໄດ້ກາຍເປັນປະເທດທໍາອິດໃນຈຳນວນບັນດາປະເທດຈັບຫາປາຢ່າງຫຼວງຫຼາຍໄດ້ຕົກລົງເຫັນດີປະຕິບັດສັນຍາດັ່ງກ່າວ.

ທ່ານນາງຜູ້ອຳນວຍການໃຫຍ່ WTO Ngozi Okonjo – Iweala ໃຫ້ຮູ້ວ່າ ອາເມລິກາ ໄດ້ຕົກລົງເຫັນດີຕໍ່ສັນຍາສະບັບນີ້ ໄດ້ເປັນຂີດໝາຍແກ່ຈຸດເວລາສຳຄັນສຳລັບຂໍ້ຕົກລົງທີ່ມີລັກສະນະບາດລ້ຽວກ່ຽວກັບຄວາມໝັ້ນຄົງຂອງມະຫາສະໝຸດໃກ້ຈະມີຜົນສັກສິດ. ທ່ານນາງ ຢືນຢັນວ່າ ຢາກສືບຕໍ່ຮ່ວມມືກັບ ອາເມລິກາ ເພື່ອຮັບປະກັນວ່າ WTO ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງທຸກຄົນ. ສ່ວນທ່ານນາງ Katherine  Tai ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ຢັ້ງຢືນວ່າ ສັນຍາສະບັບນີ້ ຈະຊ່ວຍປົວແປງຊີວິດການເປັນຢູ່ຂອງຊາວປະມົງ ແລະ ແຮງງານ ອາເມລິກາ ແລະ ແຫ່ງອື່ນໆ. ວໍຊິງຕັນ ປາດຖະໜາຢາກສ້າງຂໍ້ຕົກລົງສະບັບນີ້ກັບບັນດາສະມາຊິກອື່ນຂອງ WTO.


top