ຂ່າວສານ

ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ

ທີ່​ການ​ແລກ​ປ່ຽນ, ບັນ​ດາ​ຄູ່​ຮ່ວ​ມ​ມື​ອາ​ເມ​ລິ​ກາ ຢັ້ງ​ຢືນ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້າ​ນ​ກັບ ຫວຽດ​ນາມ ແລະ ສ​ະ​ແດງ​ຄວາມ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ຮ່ວມ​ມື​ສອງ​ຝ່າຍ.
  (ພາບ​ປະ​ກອບ: VNA)  

ແຕ່​ວັນ​ທີ 19 – 20 ສິງ​ຫາ, ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ດັ້ງ​ຮ່​ວາງ​ຢາງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ Thomas DiNanno ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ທ່ານ Andrew Baker ທີ່​ປຶກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ທ່ານ Rick Switzer ຮອງ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ, ​ທີ່​ປຶກ​ຫ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທ່ານ Cliff Sim​ ຮອງ​ປະ​ທາ​ນາ​ທິ​ບໍ​ດີ , ທ່ານ Hunt VanderToll ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຜູ້​ຮັບ​ຜິດ​ຊອບ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊຽນ…

ທີ່​ການ​ແລກ​ປ່ຽນ, ບັນ​ດາ​ຄູ່​ຮ່ວ​ມ​ມື​ອາ​ເມ​ລິ​ກາ ຢັ້ງ​ຢືນ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້າ​ນ​ກັບ ຫວຽດ​ນາມ ແລະ ສ​ະ​ແດງ​ຄວາມ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ຮ່ວມ​ມື​ສອງ​ຝ່າຍ. ຝ່າຍ​ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ພະ​ລັງ​ງານ ແລະ ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ໃໝ່.

ສ່ວ​ນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ດັ້​ງ​ຮ່​ວາງ​ຢາງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ອາ​ເມ​ລິ​ກາ ສືບ​ຕໍ່​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທ້​ຈິງ ແລະ ຍາວ​ນານ​, ສະ​ເໜີ​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ພະ​ລັງ​ງານ ແລະ ບັນ​ດາ​ຂົງ​ເຂດ​ໃໝ່​ໃຫ້ຫຼາຍກວ່າ​ອີກ, ພ້ອມ​ທັງ​ສືບ​ຕໍ່​ຮ່ວມ​ມື​ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ສົງ​ຄາມ.


top