ຂ່າວສານ ອາເມລິກາ ຍັງຈັດວາງພາສີໃສ່ເມັກຊີໂກ, ການາດາຕາມແຜນການເບື້ອງຕົ້ນ 01/03/2025 ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າລະດັບຈັດວາງພາສີສຳລັບ ເມັກຊີໂກ ແລະ ການາດາ ຈະມີຜົນສັກສິດແຕ່ວັນທີ 4 ມີນາ. ພາບປະກອບ: THX/TTXVN ໃນແຈ້ງການຄັ້ງຫຼ້າສຸດທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social ໃນວັນທີ 27 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າລະດັບຈັດວາງພາສີສຳລັບ ເມັກຊີໂກ ແລະ ການາດາ ຈະມີຜົນສັກສິດແຕ່ວັນທີ 4 ມີນາ, ຖືກຕ້ອງຕາມແຜນການເບື້ອງຕົ້ນຍ້ອນສະພາບການຄ້າຂາຍຢາເສບຕິດຈາກທັງສອງປະເທດນີ້ທີ່ນຳເຂົ້າອາເມລິກາຍັງສືບຕໍ່ດຳເນີນ. ນອກຈາກນັ້ນ, ທ່ານ Donald Trump ກໍ່ປະກາດລະດັບພາສີເພີ່ມເຕີມ 10% ສຳລັບຈີນກໍ່ຈະມີຜົນສັກສິດແຕ່ວັນທີ 4 ມີນາ. ແຈ້ງການນີ້ໄດ້ປະກາດພາຍຫຼັງ 1 ມື້ທີ່ທ່ານປະທານາທິບໍດີ Donald Trump ຊັ່ງຊາຄວາມອາດສາມາດທີ່ຈະສືບຕໍ່ເລື່ອນການຈັດວາງພາສີ 25% ສຳລັບສິນຄ້ານຳເຂົ້າຈາກ ເມັກຊີໂກ ແລະ ການາດາ ຮອດວັນທີ 2 ເມສາ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າລະດັບຈັດວາງພາສີສຳລັບ ເມັກຊີໂກ ແລະ ການາດາ ຈະມີຜົນສັກສິດແຕ່ວັນທີ 4 ມີນາ. ພາບປະກອບ: THX/TTXVN ໃນແຈ້ງການຄັ້ງຫຼ້າສຸດທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social ໃນວັນທີ 27 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າລະດັບຈັດວາງພາສີສຳລັບ ເມັກຊີໂກ ແລະ ການາດາ ຈະມີຜົນສັກສິດແຕ່ວັນທີ 4 ມີນາ, ຖືກຕ້ອງຕາມແຜນການເບື້ອງຕົ້ນຍ້ອນສະພາບການຄ້າຂາຍຢາເສບຕິດຈາກທັງສອງປະເທດນີ້ທີ່ນຳເຂົ້າອາເມລິກາຍັງສືບຕໍ່ດຳເນີນ. ນອກຈາກນັ້ນ, ທ່ານ Donald Trump ກໍ່ປະກາດລະດັບພາສີເພີ່ມເຕີມ 10% ສຳລັບຈີນກໍ່ຈະມີຜົນສັກສິດແຕ່ວັນທີ 4 ມີນາ. ແຈ້ງການນີ້ໄດ້ປະກາດພາຍຫຼັງ 1 ມື້ທີ່ທ່ານປະທານາທິບໍດີ Donald Trump ຊັ່ງຊາຄວາມອາດສາມາດທີ່ຈະສືບຕໍ່ເລື່ອນການຈັດວາງພາສີ 25% ສຳລັບສິນຄ້ານຳເຂົ້າຈາກ ເມັກຊີໂກ ແລະ ການາດາ ຮອດວັນທີ 2 ເມສາ.