ຂ່າວສານ

ອາ​ເມ​ລິ​ກາ ຍັງ​ຄົງ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ເຄື່ອງ​ປັ້ນ​ດິນ​ເຜົາ​ເຄືອບ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ

ຕາມກົມໃຫຍ່ພາສີຫວຽດນາມ ແລ້ວ, ການສົ່ງອອກເຄື່ອງປັ້ນດິນເຜົາເຄືອບໃນໄລຍະ 7 ເດືອນຕົ້ນປີ 2020 ໄດ້ເພີ່ມຂຶ້ນ 3,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. 

 ຜະລິດຕະພັນເຄື່ອງປັ້ນດິນເຜົາເຄືອບຂອງຫວຽດນາມ (ພາບປະກອບ: VOV)

ໃນຈຳນວນກວ່າ 30 ຕະຫຼາດສົ່ງອອກຜະລິດຕະພັນເຄື່ອງປັ້ນດິນເຜົາເຄືອບນັ້ນ, ຕະຫຼາດ ອາເມລິກາ ສືບຕໍ່ນຳໜ້າກ່ຽວກັບມູນຄ່າສົ່ງອອກເຄື່ອງປັ້ນດິນເຜົາເຄືອບ ຂະນະທີ່ກວມເອົາ 20% ຍອດວົງເງິນສົ່ງອອກ ແລະ ບັນລຸກວ່າ 61 ລ້ານ USD, ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ຍີ່ປຸ່ນ ແມ່ນຕະຫຼາດໃຫຍ່ອັນດັບທີ 2, ກວມເອົາ 15% ຍອດວົງເງິນສົ່ງອອກເຄື່ອງປັ້ນດິນເຜົາເຄືອບ.
(ແຫຼ່ງຄັດຈາກ VOV)

top