ຂ່າວສານ

ອາ​ເມ​ລິ​ກາ, ຈີນ ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ກ່ຽວ​ກັບວິ​ກິດ​ການ​ດິນ​ຟ້າ​ອາ​ກາດ

ຖະແຫຼງການໄດ້ຝ່າຍຈີນ ປະກາດພາຍຫຼັງການເຈລະຈາ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 15 – 16 ເມສາ ຢູ່ ຊຽງໄຮ ລະຫວ່າງທ່ານ ທ່ານ John Kerry ທູດພິເສດຂອງ ທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ ແລະ ຄູ່ຮ່ວມຕຳແໜ່ງຈີນ.
ທ່ານ John Kerry ທູດພິເສດຂອງ ທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ. (ພາບ: Reuters)

ຖະແຫຼງການຮ່ວມລະຫວ່າງ ຈີນ ແລະ ອາເມລິກາ ຊຶ່ງກ່ຽວຂ້ອງເຖິງການຮັບມືກັບບັນດາຄວາມສ່ຽງດ້ານດິນຟ້າອາກາດ ຫາກໍ່ໄດ້ຝ່າຍຈີນ ປະກາດໃນຕອນເຊົ້າວັນທີ 18 ເມສາ ພາຍຫຼັງການຢ້ຽມຢາມ ຊຽງໄຮ, ປະເທດຈີນ ຂອງ ທ່ານ John Kerry ທູດພິເສດຂອງ ທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ.

ຖະແຫຼງການໄດ້ຝ່າຍຈີນ ປະກາດພາຍຫຼັງການເຈລະຈາ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 15 – 16 ເມສາ ຢູ່ ຊຽງໄຮ ລະຫວ່າງທ່ານ ທ່ານ John Kerry ທູດພິເສດຂອງ ທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ ແລະ ຄູ່ຮ່ວມຕຳແໜ່ງຈີນ. ຕາມນັ້ນແລ້ວ, ສອງຝ່າຍ ລ້ວນແຕ່ລໍຄອຍ ກອງປະຊຸມສຸດຍອດທາງອອນລາຍກ່ຽວກັບດິນຟ້າອາກາດໂດຍ ອາເມລິກາ ຈັດຂຶ້ນໃນລະຫວ່າງວັນທີ 22 – 23 ເມສາຈະມາເຖິງ. ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາຈະສົມທົບກັນໃນກົນໄກຫຼາຍຝ່າຍ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງດິນຟ້າອາກາດ. ຖະແຫຼງການຮ່ວມເນັ້ນໜັກວ່າ ຈີນ ແລະ ອາເມລິກາ ຈະສຸມກຳລັງຮ່ວມມືກັນ ແລະ ກັບບັນດາປະເທດ ພ້ອມກັນແກ້ໄຂວິກິດການທາງດິນຟ້າອາກາດ ແລະ ຮັບມືອີງຕາມຄວາມສ່ຽງ, ຮີບດ່ວນ ຂອງບັນຫາ. ມຸ່ງໄປສູ່ອະນາຄົດ, ສອງຝ່າຍຈະ ຮ່ວມມື ແລະ ພ້ອມກັບບັນດາຝ່າຍເພີ່ມທະວີການປະຕິບັດຂໍ້ຕົກລົງ Paris.
 (ແຫຼ່ງຄັດຈາກ VOV)

top