ຂ່າວສານ

ອາ​ເມ​ລິ​ກາ ຈັດ​ສົ່ງ​ຄະ​ນະ​ຜູ້​ແທນ​ໄປ​ຍັງ ມາ​ເລ​ເຊຍ ເຈ​ລະ​ຈາ​ກັບ​ຈີນ ກ່ຽວ​ກັບ​ແຮ່​ທາດດິນ​ປະ​ເສີດ

ທ່ານ Jamieson Greer ຜູ້ຕາງໜ້າການຄ້າ ອາເມລິກາ ໃຫ້ຮູ້ວ່າ ບັນດາກອງປະຊຸມປຶກສາຫາລືສຸມໃສ່ເຂົ້າບັນດາຄຳໝັ້ນສັນຍາໃນເມື່ອກ່ອນຂອງ ຈີນໃນການສະໜອງແຮ່ທາດດິນປະເສີດ, ແຫຼ່ງວັດຖຸດິບຫຼັກແຫຼ່ງໃນຂະແໜງອຸດສາຫະກຳສູງ.
(ພາບປະກອບ: REUTERS/Maxim Shemetov)
ວັນທີ 23 ຕຸລາ, ທ່ານ Jamieson Greer ຜູ້ຕາງໜ້າທາງການຄ້າ ອາເມລິກາ ແລະ ທ່ານ Scott Bessent ລັດຖະມົນຕີກະຊວງການເງິນ ໄດ້ເດີນທາງໄປຍັງມາເລເຊຍ ເພື່ອເຈລະຈາກັບບັນດາຄູ່ຮ່ວມມືຈີນ ກ່ຽວກັບບັນດາມາດຕະການຈຳກັດການສົ່ງອອກແຮ່ທາດດິນປະເສີດ. ກ່າວຄຳເຫັນທີ່ຊ່ອງໂທລະພາບ CNBC, ທ່ານ Jamieson Greer ຜູ້ຕາງໜ້າການຄ້າ ອາເມລິກາ ໃຫ້ຮູ້ວ່າ ບັນດາກອງປະຊຸມປຶກສາຫາລືສຸມໃສ່ເຂົ້າບັນດາຄຳໝັ້ນສັນຍາໃນເມື່ອກ່ອນຂອງ ຈີນໃນການສະໜອງແຮ່ທາດດິນປະເສີດ, ແຫຼ່ງວັດຖຸດິບຫຼັກແຫຼ່ງໃນຂະແໜງອຸດສາຫະກຳສູງ. ນອກຈາກບັນຫາແຮ່ທາດດິນປະເສີດແລ້ວ, ຜະລິດຕະພັນກະເສດກໍ່ນອນໃນເນື້ອໃນເຈລະຈາ, ພິເສດແມ່ນເລື່ອງ ຈີນຢຸດຕິການຊື້ຖົ່ວເຫຼືອງ ແລະ ເຂົ້າຟາງ ຈາກ ອາເມລິກາ.

top