ຂ່າວສານ

ອາ​ທິດ​ເຮັດ​ວຽກ​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ສະ​ໄໝສາ​ມັນ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV

ວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ກ້າວເຂົ້າສູ່ອາທິດເຮັດວຽກທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ໃນວັນທີ 13 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ).

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIII 

ໃນອາທິດນີ້, ສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບຮ່າງກົດໝາຍຕ່າງໆ, ເຊິ່ງລວມມີ: ກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ); ກົດໝາຍວ່າດ້ວຍນໍ້າມັນອາຍແກັດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ. ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິຫຼາຍສະບັບ, ເປັນໜ້າສົນໃຈແມ່ນ ມະຕິວ່າດ້ວຍການຊັກຖາມ ແລະ ຕອບຄຳຊັກຖາມ ແລະ ມະຕິຂອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

(ແຫຼ່ງຄັດຈາກ VOV)

top