ຂ່າວສານ

ອາ​ຊຽ​ນ + 3 ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຟື້ນ​ຟູ​ຕະຫຼາດ​ແຮງ​ງານ ພາຍຫຼັງ​ພະ​ຍາດ​ໂຄວິດ - 19

ກອງປະຊຸມໃຫ້ຄຳໝັ້ນສັນຍາ ບັນລຸໄດ້ເປົ້າໝາຍລວມ ແມ່ນຟື້ນຟູ ແລະ ເຕີບໂຕຢ່າງສະໝ່ຳສະເໝີ ແລະ ຍືນຍົງໃນພາກພື້ນ, ຮັບປະກັນວຽກເຮັດງານທຳຢ່າງເປັນປົກກະຕິຂອງທຸກຄົນ ແລະ ໜູນຊ່ວຍຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນຄົນທີ່ດຳລົງຊີວິດຢູ່ເຂດທຸກຍາກ ແລະ ຊົນນະບົດ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ.

ພາບປະກອບ: Reuters

ກອງປະຊຸມລັດຖະມົນຕີກະຊວງແຮງງານ ອາຊຽນ + 3 (ALMM+3,  ລວມມີ ອາຊຽນ ແລະ 3 ປະເທດຄູ່ຮ່ວມມືແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 12 ຫາກໍ່ດຳເນີນຢູ່ ມານີລາ, ປະເທດ ຟີລິບປິນ. ກອງປະຊຸມໄດ້ແບ່ງປັນບົດຮຽນປະສົບການໃນການຟື້ນຟູຕະຫຼາດແຮງງານ ຕໍ່ໜ້າຜົນກະທົບຈາກພະຍາດໂຄວິດ - 19, ພ້ອມທັງປັບຕົວໃຫ້ແທດເໝາະກັບການຫັນປ່ຽນຢ່າງວ່ອງໄວໃນບັນຫາວຽກເຮັດງານທຳ ໂດຍຄວາມກ້າວໜ້າທາງດ້ານເຕັກໂນໂລຢີ, ດີຈີຕອນ, ການຫັນພື້ນຖານເສດຖະກິດ ເປັນສີຂຽວ ແລະ ສັງຄົມມີອັດຕາຜູ້ອາຍຸສູງເພີ່ມຂຶ້ນ. ກອງປະຊຸມໃຫ້ຄຳໝັ້ນສັນຍາ ບັນລຸໄດ້ເປົ້າໝາຍລວມ ແມ່ນຟື້ນຟູ ແລະ ເຕີບໂຕຢ່າງສະໝ່ຳສະເໝີ ແລະ ຍືນຍົງໃນພາກພື້ນ, ຮັບປະກັນວຽກເຮັດງານທຳຢ່າງເປັນປົກກະຕິຂອງທຸກຄົນ ແລະ ໜູນຊ່ວຍຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນປະຊາຊົນທີ່ດຳລົງຊີວິດຢູ່ເຂດທຸກຍາກ ແລະ ຊົນນະບົດ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ.

ກອງປະຊຸມເນັ້ນໜັກວ່າ ຄວາມສຳຄັນຂອງການຮ່ວມມື ອາຊຽນ + 3 ກ່ຽວກັບແຮງງານມຸງໄປເຖິງເປົ້າໝາຍຍາວນານແມ່ນສ້າງປະຊາຄົມອາຊີຕາເວັນອອກ ທີ່ມີຄວາມສາມາດຮັບມື ແລະ ຖື ອາຊຽນ ແມ່ນກຳລັງໜູນ, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການເຕີບໂຕກວມລວມ, ພັດທະນາແບບຍືນຍົງ. ກອງປະຊຸມໄດ້ເຫັນດີເປັນເອກະພາບຊຸກຍູ້ກອງປະຊຸມຄັ້ງຕໍ່ໄປໃນປີ 2024 ໃນອາຍຸການເປັນປະທານ ALMM ຂອງ ສິງກະໂປ.

(ແຫຼ່ງຄັດຈາກ VOV)

top