ຂ່າວສານ

ອາ​ຊຽນ​ເລີ່ມພົບ​ປະ​ສົນ​ທະ​ນາ​ຊາວ​ໜຸ່ມ ຄັ້ງ​ທີ 1

ການສົນທະນາຊາວໜຸ່ມ ອາຊຽນ ຄັ້ງທຳອິດ ມີຫົວຂໍ້ “ຊາວໜຸ່ມໃນສັງກາດການປະຕິວັດອຸດສາຫະກຳ ຄັ້ງທີ 4 (4IR): ກາລະໂອກາດ ແລະ ສິ່ງທ້າທາຍໃນການຟື້ນຟູຫຼັງໂຄວິດ - 19”.
  ພາບປະກອບ: TTXVN  

ໃນຂອບເຂດປີຊາວໜຸ່ມ ອາຊຽນ 2022, ອາຊຽນ ຈະເລີ່ມຈັດການພົບປະສົນທະນາຊາວໜຸ່ມຄັ້ງທີ 1 ໃນລະຫວ່າງວັນທີ 25 – 26 ກໍລະກົດ ຢູ່ນະຄອນ Siem Reap ປະເທດ ກຳປູເຈຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 68 ຄົນ ທີ່ມາຈາກບັນດາປະເທດພາກພື້ນ ອາຊຽນ ແລະ ສ.ເກົາຫຼີ. ການເຄື່ອນໄຫວນີ້ ແມ່ນຄະນະເລຂາທິການອາຊຽນ (ASEC) ແລະ ກະຊວງສຶກສາ ຊາວໜຸ່ມ - ກິລາ ກຳປູເຈຍສົມທົບກັນຈັດຂຶ້ນ ດ້ວຍການອຸປະຖຳຈາກກອງທຶນຮ່ວມມືອາຊຽນ - ສ.ເກົາຫຼີ ໃນຂອບເຂດເວທີປາໄສຊາຍແດນ ອາຊຽນ - ສ.ເກົາຫຼີ ຄັ້ງທີ 9. ບັນດາເນື້ອໃນໄດ້ເຕື້ອງເຖິງໃນການສົນທະນາຊາວໜຸ່ມ ອາຊຽນ ແມ່ນສອດຄ່ອງກັບບັນດາບຸລິມະສິດຂອງອາຍຸການປະທານອາຊຽນ ກຳປູເຈຍ 2022 ແລະ ຫົວຂໍ້ “ອາຊຽນກະທຳ, ພ້ອມກັນຮັບມືກັບສິ່ງທ້າທາຍ”.

ການສົນທະນາຊາວໜຸ່ມ ອາຊຽນ ຄັ້ງທຳອິດ ມີຫົວຂໍ້ “ຊາວໜຸ່ມໃນສັງກາດການປະຕິວັດອຸດສາຫະກຳ ຄັ້ງທີ 4 (4IR): ກາລະໂອກາດ ແລະ ສິ່ງທ້າທາຍໃນການຟື້ນຟູຫຼັງໂຄວິດ - 19”.


top