ຂ່າວສານ

ອາ​ຊຽນ​ອອກ​ຖະ​ແຫຼງ​ການ​ປະ​ທານ ຮຽກ​ຮ້ອງ​ຢຸດ​ຕິ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ມຽນ​ມາ

ວັນທີ 13 ເມສາ, ເວັບໄຊທາງການຂອງອາຊຽນ ໄດ້ອອກຖະແຫຼງການປະທານ ອາຊຽນກ່ຽວກັບສະພາບການມຽນມາ, ຮຽກຮ້ອງຢຸດຕິທຸກຮູບແບບໃຊ້ຄວາມຮຸນແຮງ, ພິເສດແມ່ນເລັ່ງໃສ່ສາມັນຊົນ.
  (ແຫຼ່ງຄັດຈາກ VOV)  
ຖະແຫຼງການໄດ້ກ່າວປະນາມການບຸກໂຈມຕີທາງອາກາດທີ່ໄດ້ຮັບການລາຍງານຫວ່າງມໍ່ໆມານີ້ຢູ່ເຂດ Sagaing, ຂອງມຽນມາ ຢ່າງແຮງ, ເຊິ່ງເຮັດໃຫ້ສາມັນຊົນນັບຢ່າງໜ້ອຍສຸດສິບຄົນເສຍຊີວິດ. ຖະແຫຼງການກໍ່ເນັ້ນໜັກວ່າ ທຸກຮູບແບບໃຊ້ຄວາມຮຸນແຮງຕ້ອງຢຸດຕິຢ່າງທັນທີ, ພິເສດແມ່ນການນຳໃຊ້ອາວຸດຕໍ່ສາມັນຊົນ. ນີ້ຈະແມ່ນວິທີການອັນໜຶ່ງດຽວເພື່ອສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ການເຈລະຈາແຫ່ງຊາດຢ່າງຮອບດ້ານ ເພື່ອຊອກຫາມາດຕະການແກ້ໄຂໂດຍສັນຕິວິທີແບບຍືນຍົງ ຢູ່ມຽນມາ. ອາຊຽນເນັ້ນໜັກວ່າບັນດາຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍມຽນມາ ຊອກຫາວິທີການທີ່ມີຄວາມເປັນໄປໄດ້ສູງ ແລະ ຍາວນານໃຫ້ແກ່ວິກິດການພວມເກີດຂຶ້ນ, ຮັບຮອງເອົາການຊຸກຍູ້ປະຕິບັດຄວາມເຫັນດີ 5 ຂໍ້ຢ່າງຄົບຖ້ວນ.

top