ຂ່າວສານ

ອາ​ຊຽນ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ພາກ​ພື້ນ

IAI ໂດຍບັນດາປະເທດ ອາຊຽນຮັບຮອງເອົາໃນປີ 2000 ດ້ວຍເປົ້າໝາຍຮັດແຄບໄລຍະຫ່າງແຫ່ງການພັດທະນາລະຫວ່າງບັນດາປະເທດ ສະມາຊິກ.
ພາບປະກອບ: ASEAN Briefing
ວັນທີ 25 ພຶດສະພາ, ກຸ່ມຮັບຜິດຊອບຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ (IAI) ໄດ້ຈັດກອງປະຊຸມຄັ້ງທີ 70 ຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ ຈາກາຕາ ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກ ອາຊຽນ. ນີ້ເປັນຄັ້ງທຳອິດ, ຕີມອນແລັດເຕເຂົ້າຮ່ວມໃນຖານະເປັນນັກສັງເກດການ. ພາຍໃຕ້ການເປັນປະທານຂອງທ່ານ  ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດ,  ຜູ້ຕາງໜ້າລາວ ປະຈຳ ອາຊຽນ ກອງປະຊຸມໄດ້ປຶກສາຫາລືກ່ຽວກັບສະພາບການປະຕິບັດບັນດາໂຄງການໃນແຜນການປະຕິບັດວຽກງານ IAI ໄລຍະທີ່ IV (2021 - 2025). ກອງປະຊຸມໄດ້ຮັບຮອງເອົາ 7 ໂຄງການ IAI ໃໝ່. IAI ໂດຍບັນດາປະເທດ ອາຊຽນຮັບຮອງເອົາໃນປີ 2000 ດ້ວຍເປົ້າໝາຍຮັດແຄບໄລຍະຫ່າງແຫ່ງການພັດທະນາລະຫວ່າງບັນດາປະເທດ ສະມາຊິກ.

top