ຂ່າວສານ

ອາ​ຊຽນ​ ແລະ ລັດ​ເຊຍ ຊຸກ​ຍູ້​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ

ຢູ່ກອງປະຊຸມ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ການທ່ອງທ່ຽວແບບຍືນຍົງ ແລະ ກວມລວມລະຫວ່າງ ອາຊຽນ ແລະ ລັດເຊຍຕາມແຜນການການທ່ອງທ່ຽວ ອາຊຽນ - ລັດເຊຍ ໄລຍະ 2022 – 20245, ສະແດງຄວາມຊົມເຊີຍຕໍ່ບັນດາການເຄື່ອນໄຫວທີ່ໄດ້ກຳນົດໃນເຂດພັດທະນາການທ່ອງທ່ຽວ ອາຊຽນ ແບບຍືນຍົງ ທີ່ຫາກໍ່ໄດ້ຮັບຮອງເອົາ.
  ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສ (ພາບ: ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ)  

ວັນທີ 4 ກຸມພາ, ໃນຂອບເຂດ ເວທີປາໄສການທ່ອງທ່ຽວ ອາຊຽນ(ATF)  2023 ຢູ່ນະຄອນ Yogyakarta ຂອງອິນໂດເນເຊຍ, ກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ - ລັດເຊຍ ຄັ້ງທີ 2 ໄດ້ຈັດຕັ້ງພາຍໃຕ້ການເປັນປະທານຂອງທ່ານ Sandiaga Salahuddin Uno ລັດຖະມົນຕີການທ່ອງທ່ຽວ ແລະ ເສດຖະກິດ ຫົວຄິດປະດິດສ້າງ ອິນໂດເນເຊຍ ແລະ ທ່ານຮອງລັດຖະມົນຕີພັດທະນາເສດຖະກິດ ລັດເຊຍ Vladimir Ilyichev.

ຢູ່ກອງປະຊຸມ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ການທ່ອງທ່ຽວແບບຍືນຍົງ ແລະ ກວມລວມລະຫວ່າງ ອາຊຽນ ແລະ ລັດເຊຍຕາມແຜນການການທ່ອງທ່ຽວ ອາຊຽນ - ລັດເຊຍ ໄລຍະ 2022 – 20245, ສະແດງຄວາມຊົມເຊີຍຕໍ່ບັນດາການເຄື່ອນໄຫວທີ່ໄດ້ກຳນົດໃນເຂດພັດທະນາການທ່ອງທ່ຽວ ອາຊຽນ ແບບຍືນຍົງ ທີ່ຫາກໍ່ໄດ້ຮັບຮອງເອົາ.

ກອງປະຊຸມໄດ້ປຶກສາຫາລືບັນດາມາດຕະການເພີ່ມທະວີຄວາມມານະພະຍາຍາມປະຕິບັດບັນດາໂຄງການ ແລະ ການເຄື່ອນໄຫວຂຶ້ນກັບແຜນການ ທ່ອງທ່ຽວ ອາຊຽນ - ລັດເຊຍ ໄລຍະ 2022 – 2024, ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມປອດໄພ ແລະ ສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວ, ກໍ່ຄືສ້າງຄວາມສະດວກໃຫ້ແກ່ການເດີນທາງຂອງ Tour ແຂກທ່ອງທ່ຽວລະຫວ່າງ ລັດເຊຍ ແລະ ບັນດາປະເທດ ອາຊຽນ.

 


top