ຂ່າວສານ

ອາ​ຊຽນ ແລະ ອ​ີ​ຕາ​ລີ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື

ກອງປະຊຸມໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນການຮ່ວມມືລະຫວ່າງ ອາຊຽນ - ອີຕາລີ, ພິເສດແມ່ນໃນບັນດາຂົງເຂດຮ່ວມມືບຸລິມະສິດ (PCA) ໄລຍະ 2022 – 2026.
  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: asean.org)  

ອາຊຽນ ແລະ ອີຕາລີ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຢູ່ກອງປະຊຸມຄັ້ງທີ 3 ຄະນະກຳມະການການຮ່ວມມືຄູ່ຮ່ວມມືພັດທະນາ ອາຊຽນ - ອີຕາລີ ທີ່ຫາກໍ່ດຳເນີນຢູ່ສຳນັກງານ ຄະນະເລຂາທິການອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ. ກອງປະຊຸມໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນການຮ່ວມມືລະຫວ່າງ ອາຊຽນ - ອີຕາລີ, ພິເສດແມ່ນໃນບັນດາຂົງເຂດຮ່ວມມືບຸລິມະສິດ (PCA) ໄລຍະ 2022 – 2026, ຫວັງວ່າ PCA ຈະຊຸກຍູ້ການຮ່ວມມືສອງຝ່າຍ ໃຫ້ຫຼາຍກ່ວາອີກ, ສຸມໃສ່ບັນດາຂົງເຂດເຊິ່ງສອງຝ່າຍມີວິຊາສະເພາະແລະ ຜົນປະໂຫຍດລວມ.

ທີ່ກອງປະຊຸມ, ສອງຝ່າຍກໍ່ໄດ້ປຶກສາຫາລືບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຕ່າງໆລວມມີ: ຄວາມໝັ້ນຄົງໃນການເດີນເຮືອ, ອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ການຕ້ານການກໍ່ການຮ້າຍ, ເສດຖະກິດດີຈີຕອນ, ການທ່ອງທ່ຽວແບບຍືນຍົງ, ເສດຖະກິດສີຂຽວ, ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ກະສິກຳອັດສະລິຍະ ແລະ ຍືນຍົງ, ການກະທຳດ້ານດິນຟ້າອາກາດ, ພົບປະແລກປ່ຽນປະຊາຊົນ ແລະ ການຄຸ້ມຄອງໄພທຳມະຊາດ.     


top