ຂ່າວສານ

ອາ​ຊຽນ ແລະ ຈີນ ເລີ່ມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ເຂດ​ກາ​ນ​ຄ້າ​ເສ​ລີ

ການປຶກສາຫາລືຮອບທຳອິດໃນຂອບເຂດການເຈລະຈາຍົກລະດັບເຂດການຄ້າເສລີ ລະຫວ່າງ ອາຊຽນ ແລະ ຈີນ (ACFTA )ເລີ່ມແຕ່ວັນທີ 7 ກຸມພາ ຕາມຮູບແບບທາງໄກ.
  ພາບ: VCG  

ຕາມກະຊວງການຄ້າຈີນແລ້ວ, ຢູ່ໃນການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບລະບຽບການ, ການຈັດຕັ້ງ ແລະ ແຜນການປະຕິບັດງານຂອງການເຈລະຈາ, ກຳນົດວັນເວລາ ແລະ ຂັ້ນຕອນໃຫ້ແກ່ການເຈລະຈາຄັ້ງຕໍ່ໄປ.

ກ່ອນໜ້ານັ້ນ, ເມື່ອເດືອນພະຈິກ ປີ 2022, ຈີນ ແລະ ອາຊຽນ ໄດ້ຖະແຫຼງເລີ່ມ ເຈລະຈາຍົກລະດັບ ACFTA ຢ່າງເປັນທາງການ.

 


top