ບັນດາທ່ານລັດຖະມົນຕີເສດຖະກິດ ອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບແງ່ຫວັງເສດຖະກິດພາກພື້ນ ແລະ ທົ່ວໂລກ...
ອາຊຽນ ໃຫ້ຄຳໝັ້ນສັນຍາຈະຮັກສາລະບົບການຄ້າເສລີຫຼາຍຝ່າຍ ແລະ ຍຸດຕະທຳ, ອີງບົນຂໍ້ກຳນົດ, ບໍ່ຈຳແນກການປະພຶດຕໍ່, ບັນດາຫຼັກການຂອງອົງການການຄ້າໂລກ (WTO) ແມ່ນແກ່ນສານ. ນີ້ແມ່ນໜຶ່ງໃນບັນດາໝາກຜົນສຳຄັນຂອງກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ (AEM) ຄັ້ງທີ 57 ທີ່ໄດ້ອັດລົງໃນຕອນບ່າຍວັນທີ 26 ກັນຍາ ຢູ່ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ.
ທ່ານ Zafrul Aziz ລັດຖະມົນຕີກະຊວງການຄ້າ, ການລົງທຶນ ແລະ ອຸດສາຫະກຳ ມາເລເຊຍ ໃຫ້ຮູ້ວ່າ: ບັນດາທ່ານລັດຖະມົນຕີເສດຖະກິດ ອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບແງ່ຫວັງເສດຖະກິດພາກພື້ນ ແລະ ທົ່ວໂລກ, ພ້ອມທັງປຶກສາຫາລືກ່ຽວກັບຄວາມຄືບໜ້າປະຕິບັດບັນດາເປົ້າໝາຍເສດຖະກິດໃຫ້ບຸລິມະສິດ, ລວມທັງບັນດາຂໍ້ລິເລີ່ມຫຼັກແຫຼ່ງໃນປະຊາຄົມເສດຖະກິດ ອາຊຽນ ແລະ ບັນດາຂໍ້ລິເລີ່ມລວມຂອງ ອາຊຽນ ກັບບັນດາຄູ່ຮ່ວມມືເຈລະຈາ.