ຂ່າວສານ

ອາ​ຊຽນ - ນິວ​ຊີ​ແລນ ຊຸກ​ຍູ້​ການ​ຮ່ວມ​ມືຫ​ລັງ​ໂຄວິດ - 19

ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືຜ່ານການຜັນຂະຫຍາຍປະສິດທິຜົນຂອງແຜນການກະທຳ ອາຊຽນ - ນິວຊີແລນ ໃນໄລຍະ 2021 - 2025.

ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືຜ່ານການຜັນຂະຫຍາຍປະສິດທິຜົນຂອງແຜນການກະທຳ ອາຊຽນ - ນິວຊີແລນ ໃນໄລຍະ 2021 - 2025.

    

ບັນດາຜູ້ແທນຢູ່ກອງປະຊຸມໂອ້ລົມສົນທະນາ ລະຫວ່າງ ອາຊຽນ - ນິວຊີແລນ ຄັ້ງທີ 28. (ພາບ: asean.org)

ບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ແລະ ນິວຊີແລນ ໄດ້ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມື ພາຍຫຼັງບັນດາປະເທດສະມາຊິກ ອາຊຽນປະກາດແຜນການເປີດປະຕູຊາຍແດນຄືນໃໝ່. ໂດຍໄດ້ຍົກອອກມາທີ່ກອງປະຊຸມໂອ້ລົມສົນທະນາ ລະຫວ່າງ ອາຊຽນ - ນິວຊີແລນ ຄັ້ງທີ 29 ທີ່ໄດ້ດຳເນີນໃນວັນທີ 7 ເມສາຕາມຮູບແບບທາງໄກ, ຄຳໝັ້ນສັນຍາດັ່ງກ່າວ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຟື້ນຟູຫຼັງໂຄວິດ - 19 ເຊິ່ງໄດ້ກໍ່ຜົນກະທົບຢ່າງໃຫຍ່ຫຼວງຕໍ່ສະພາບການເສດຖະກິດ - ສັງຄົມຢູ່ ອາຊຽນ ແລະ ນິວຊີແລນ. ທີ່ກອງປະຊຸມໂອ້ລົມສົນທະນາ, ບັນດາເຈົ້າໜ້າທີ່ SOM ອາຊຽນ  ແລະ ນິວຊີແລນ ກໍ່ຮັບຮູ້ບົດບາດຕັ້ງໜ້າຂອງ ນິວຊີແລນ ໃນບັນດາກົນໄກ ໂດຍ ອາຊຽນນຳພາ, ພ້ອມທັງສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.

ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືຜ່ານການຜັນຂະຫຍາຍປະສິດທິຜົນຂອງແຜນການກະທຳ ອາຊຽນ - ນິວຊີແລນ ໃນໄລຍະ 2021 - 2025. ສອງຝ່າຍມີຄວາມປາດຖະໜາຢາກຊຸກຍູ້ການເຈລະຈາຍົກສູງສັນຍາການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ (AANZFTA) ແລະ ການເຈລະຈາ ສັນຍາການບໍລິການທາງການບິນ ອາຊຽນ - ນິວຊີແລນ ໃຫ້ສຳເລັດໂດຍໄວ.

(ແຫຼ່ງຄັດຈາກ VOV)


top