ຂ່າວສານ

ອາ​ຊຽນ ຖະ​ແຫຼງປີ 2022 ແມ່ນ “ປີ​ຊາວ​ໜຸ່ມ ອາ​ຊຽນ”

ບົນເນື້ອໃນຈິດໃຈ “ອາຊຽນ A.C.T: ພ້ອມກັນແກ້ໄຂສິ່ງທ້າທາຍ” ຂອງປີປະທານ ອາຊຽນ 2022 ຂອງ ກຳປູເຈຍ, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ອອກຖະແຫຼງການປີ 2022 ແມ່ນ “ປີຊາວໜຸ່ມ ອາຊຽນ”.

ບົນເນື້ອໃນຈິດໃຈ “ອາຊຽນ A.C.T: ພ້ອມກັນແກ້ໄຂສິ່ງທ້າທາຍ” ຂອງປີປະທານ ອາຊຽນ 2022 ຂອງ ກຳປູເຈຍ, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ອອກຖະແຫຼງການປີ 2022 ແມ່ນ “ປີຊາວໜຸ່ມ ອາຊຽນ”.

    

(ພາບ: TTXVN)

ໂດຍຜ່ານບັ້ນເຄື່ອນໄຫວທາງໄກ ASEANyouth2022, ອາຊຽນ ຮຽກຮ້ອງໃຫ້ໄວໜຸ່ມ ແລະ ບັນດາຄູ່ຮ່ວມມືໃນພາກພື້ນ ແຜ່ກະຈາຍສານກ່ຽວກັບບົດບາດນຳພາຂອງຊາວໜຸ່ມໃນການພັດທະນາປະຊາຄົມ.

     ປີ ຊາວໜຸ່ມ ອາຊຽນ ແມ່ນສອດຄ່ອງກັບວິໄສທັດພັດທະນາຊາວໜຸ່ມ ອາຊຽນ ພາຍຫຼັງປີ 2020, ໃນນັ້ນສຸມໃສ່ການບຳລຸງສ້າງທັກສະໃນສະຕະວັດທີ 21 ແລະ ທັກສະເຕັກນິກດີຈີຕອນ, ກໍຄືຫັນກົນໄກທີ່ຕິດພັນກັບຊາວໜຸ່ມເປັນລະບອບລະບຽບການຕາມແຜນການວຽກງານຊາວໜຸ່ມ ອາຊຽນ ໄລຍະ 2021 – 2025.

(ແຫຼ່ງຄັດຈາກ VOV)


top