ຂ່າວສານ

ອາ​ຊຽນ ຊົມ​ເຊີຍ​ຂໍ້​ຕົກ​ລົງ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ກຳ​ປູ​ເຈຍ - ໄທ

ເພື່ອຮັບປະກັນໃຫ້ຂໍ້ຕົກລົງໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ສອງປະເທດໄດ້ຕົກລົງເປັນເອກະພາບເພີ່ມທະວີບົດບາດຂອງກຸ່ມສັງເກດການ ອາຊຽນ (AOT). ວັນທີ 29 ທັນວາ, ປະທານ ອາຊຽນ ໄດ້ອອກຖະແຫຼງການຊົມເຊີຍໝາກຜົນກອງປະຊຸມພິເສດຄັ້ງທີ 3 ຂອງຄະນະກຳມະການຊາຍແດນລວມ (GBC) ລະຫວ່າງ ກຳປູເຈຍ ແລະ ໄທ ໃນວັນທີ 27 ທັນວາ, ອັນໄດ້ຂີດໝາຍບາດກກ້າວເດີນສຳຄັນໃນການສ້າງສັນຕິພາບຢູ່ເຂດຊາຍແດນລະຫວ່າງສອງປະເທດ. ເພື່ອຮັບປະກັນໃຫ້ຂໍ້ຕົກລົງໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ສອງປະເທດໄດ້ຕົກລົງເປັນເອກະພາບເພີ່ມທະວີບົດບາດຂອງກຸ່ມສັງເກດການ ອາຊຽນ (AOT). ຕາມນັ້ນແລ້ວ, ສອງປະເທດຈະປຶກສາຫາລືກັບປະທານ ອາຊຽນ ແລະ AOT ເພື່ອຢັ້ງຢືນ ແລະ ຮັບປະກັນເລື່ອງຜັນຂະຫຍາຍທຸກມາດຕະການທີ່ໄດ້ຕົກລົງນຳກັນ ຢ່າງມີປະສິດທິຜົນ. ຖະແຫຼງການກໍຊີ້ແຈ້ງວ່າ, ອາຊຽນ ສືບຕໍ່ຢັ້ງຢືນບົດບາດເປັນກາງໃນການຮັບປະກັນຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ ແລະ ເນັ້ນໜັກເຖິງຫຼັກການແກ້ໄຂຂໍ້ຂັດແຍ້ງກັນດ້ວຍສັນຕິວິທີ, ບໍ່ນຳໃຊ້ອາວຸດຖືກຕ້ອງຕາມກົດບັດ ສປຊ ແລະ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC). 

top