ຂ່າວສານ

ອາ​ຊຽນ - ຈີນ ຮັບ​ຮູ້​​ວ່າການ​ຄ້າ​ສອງ​ຝ່າຍ​ຍັງ​ຄົງ​ເພີ່ມ​ຂຶ້ນ​ແຮງ ໂດຍ​ບໍ່​ຫົວ​ຊ​າ​ຕໍ່​ໂລກ​ລະ​ບາດ

ວັນທີ 27 ສິງຫາ, ບັນດາລັດຖະມົນຕີເສດຖະກິດ ຂອງພາກພື້ນ ອາຊຽນ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການຄ້າ ແລະ ການລົງທຶນສອງຝ່າຍທີ່ມີການເຕີບໂຕແຮງ ໂດຍບໍ່ຫົວຊາຕໍ່ການກະທົບຈາກໂລກລະບາດໂຄວິດ - 19.

ກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ອາຊຽນ - ຈີນ ຄັ້ງທີ 19 ໄດ້ຈັດຂຶ້ນທາງອອນລາຍ (ພາບ:TTXVN)

ຕາມຖະແຫຼງການຮ່ວມພາຍຫຼັງກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ອາຊຽນ - ຈີນ ຄັ້ງທີ 19 ທີ່ໄດ້ຈັດຂຶ້ນທາງອອນລາຍ, ບັນດາລັດຖະມົນຕີ ຍັງໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນເພື່ອແນໃສ່ຟື້ນຟູເສດຖະກິດ ກໍຄືຍອມຮັບບົດບາດສຳຄັນຂອງລະບົບການຄ້າຫຼາຍຝ່າຍ ທີ່ອີງໃສ່ລະບຽບກົດໝາຍ ໃນການຊຸກຍູ້ເສດຖະກິດໃຫ້ມີການຟື້ນຕົວຫຼັງໂລກລະບາດ. ບັນດາລັດຖະມົນຕີກໍສະແດງຄວາມຊົມເຊີຍຕໍ່ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມືໃນຂອບເຂດສັນຍາການຄ້າເສລີ (FTA) ແລະ ຮ່ວມແຮງຮ່ວມໃຈກັນຕ້ານໂລກລະບາດໂຄວິດ - 19. ຖະແຫຼງການຮ່ວມກໍຮັບຮູ້ວ່າ ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ກວ່າໝູ່ຂອງອາຊຽນ ນັບແຕ່ປີ 2009 ເປັນຕົ້ນມາ, ໃນຂະນະທີ່ອາຊຽນເປັນຄັ້ງທຳອິດໄດ້ກາຍເປັນຄູ່ຮ່ວມມືໃຫຍ່ກວ່າໝູ່ຂອງ ຈີນ ໃນໄລຍະ 6 ເດືອນຕົ້ນປີນີ້.
(ແຫຼ່ງຄັດຈາກ VOV)

top