ຂ່າວສານ

ອາ​ຊຽນ - ຄູ່​ຮ່ວມມືທີ່​ສຳ​ຄັນ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໂລກ​ທີ່​ມີ​ການ​ຜັນ​ແປຫຼາຍ​ຢ່າງ

ໄລຍະຜ່ານມາ, ສະພາບການພູມີສາດການເມືອງໂລກ ມີການຜັນແປຫຼາຍຢ່າງທີ່ສັບສົນ ແລະ ໄວວາ. ໃນນັ້ນ, ການແກ້ງແຍ້ງກັນດ້ານຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດສືບຕໍ່ດຳເນີນຢ່າງດຸເດືອດ, ມີຜົນກະທົບຕໍ່ໂຄງປະກອບການພົວພັນ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນຢ່າງບໍ່ຢຸດຢັ້ງ, ພ້ອມທັງ ກໍ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຕໍ່ກັບບັນດາປະເທດ ແລະ ອົງການຕ່າງໆໃນທົ່ວໂລກ. ໃນສະພາບການນັ້ນ, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກເອົາເປັນຄູ່ຮ່ວມມືທີ່ສຳຄັນ, ຍຸດທະສາດຂອງຫຼາຍປະເທດມະຫາອຳນາດ ແລະ ກົນໄກຫຼາຍຝ່າຍ.
ທ່ານປະທານາທິບໍດີ ອາເມລິກາ Joe Biden ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ (ພາບ: Reuters)

ຕາມການຕີລາຄາລວມຂອງນັກຊ່ຽວຊານສາກົນຫຼາຍທ່ານ, ການຜັນແປດ້ານພູມີສາດການເມືອງ ທີ່ເປັນໜ້າສົນໃຈທີ່ສຸດໃນໄລຍະຜ່ານມາແມ່ນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ທີ່ເກີດຂຶ້ນໃນວັນທີ 24 ກຸມພາ 2022 ແລະ ພາໄປເຖິງເລື່ອງ ອາເມລິກາ ພ້ອມກັບບັນດາປະເທດພັນທະມິດຝ່າຍຕາເວັນຕົກ ຈັດວາງບັນດາຄຳສັ່ງຂວ້ຳບາດ ແລະ ລົງໂທດແບບທີ່ບໍ່ເຄີຍມີມາກ່ອນຕໍ່ ມົດສະກູ, ເຮັດໃຫ້ຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຝ່າຍຕາເວັນຕົກ ຕົກເຂົ້າສູ່ສະພາບການຕົກຕ່ຳທີ່ສຸດນັບແຕ່ພາຍຫຼັງສົງຄາມເຢັນ. ເພື່ອຮັບມື, ລັດເຊຍ ໄດ້ເພີ່ມທະວີການຮ່ວມມືກັບ ຈີນ ແລະ ສອງປະເທດໄດ້ຕັ້ງໜ້າປັບປຸງການພົວພັນ.

ໃນຂະນະນັ້ນ, ການພົວພັນລະຫວ່າງສອງປະເທດມະຫາອຳນາດດ້ານເສດຖະກິດໃຫຍ່ທີ່ສຸດໂລກ ແມ່ນ ອາເມລິກາ ແລະ ຈີນ ກໍ່ເຫັນປະຈັກຕາການຜັນແປຢ່າງແຮງຫຼາຍຢ່າງ. ຄວາມເຄັ່ງຕຶງຂຶ້ນສູງທີ່ສຸດແມ່ນ ເລື່ອງທ່ານນາງປະທານສະພາຕ່ຳ ອາເມລິກາ Nancy Pelosi ໄປຢ້ຽມຢາມ ໄຕ້ຫວັນ (ຈີນ) ເມື່ອເດືອນສິງຫາ ປີ 2022.

ໃນສະພາບການການເມືອງທົ່ວໂລກມີຄວາມສັບສົນນັ້ນ, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ມີບົດບາດພົ້ນເດັ່ນຂຶ້ນຄືເປັນຄູ່ຮ່ວມມືທີ່ສຳຄັນ, ມີຄວາມໄວ້ເຊື້ອເຊື່ອໃຈສຳລັບບັນດາປະເທດມະຫາອຳນາດ ແລະ ອົງການຫຼາຍຝ່າຍໃຫຍ່.

ອາຊຽນ - ຄູ່ຮ່ວມມືສຳຄັນຂອງບັນດາປະເທດມະຫາອຳນາດ

ເມື່ອການປະທະກັນລະຫວ່າງລັດເຊຍ - ຢູແກຼນ ເກີດຂຶ້ນເປັນເວລາເກືອບ 9 ເດືອນ ຄວາມເຄັ່ງຕຶງ ລະຫວ່າງ ອາເມລິກາ - ຈີນ ສືບຕໍ່ມີການຜັນແປທີ່ສັບສົນ, ບັນດາປະມຸກລັດ ແລະ ການນຳລັດຖະບານຫຼາຍປະເທດມະຫາອຳນາດ, ໃນນັ້ນມີທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໄປ ອາຊີຕາເວັນອອກສ່ຽງໃຕ້ (ອິນໂດເນເຊຍ ແລະ ໄທ) ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ G20 (ໃນລະຫວ່າງວັນທີ 15 – 16 ພະຈິກ) ແລະ ກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ( APEC ໃນລະຫວ່າງວັນທີ 18 – 19 ພະຈິກ).

ຕາມນັກໄຈ້ແຍກຫຼາຍຄົນແລ້ວ, ການມີໜ້າຂອງການນຳບັນດາພື້ນຖານເສດຖະກິດແຖວໜ້າໂລກ, ພິເສດແມ່ນທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ, ນອກຈາກຄວາມໝາຍແມ່ນເຂົ້າຮ່ວມບັນດາກອງປະຊຸມສາກົນ ແລະ ພົບປະກັບບັນດາຄູ່ຮ່ວມມືສຳຄັນນັ້ນແລ້ວ, ນີ້ກໍ່ຍັງສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງບັນດາປະເທດມະຫາອຳນາດ ຕໍ່ ປະເທດເຈົ້າພາບ (ອິນໂດເນເຊຍ, ໄທ) ເວົ້າສະເພາະ ແລະ ອາຊຽນເວົ້າລວມ.

ສຳລັບຈີນ, ວົງການນັກສັງເກດການໄດ້ໃຫ້ຂໍ້ສັງເກດກ່ຽວກັບການຖືເປັນສຳຄັນຂອງປະເທດນີ້ຕໍ່ ອາຊຽນ ຜ່ານບັນດາພະຍານຫຼັກຖານ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມ ອິນໂດເນເຊຍ ແລະ ໄທ ເມື່ອເດືອນ ພະຈິກ ປີ 2022 ທີ່ຜ່ານມາວ່າ ແມ່ນການເດີນທາງໄປປະຕິບັດງານຢູ່ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທຳອິດຂອງທ່ານປະທານປະເທດ ສີຈິ້ນຜິງ  ພາຍຫຼັງ ເກີດພະຍາດໂຄວິດ - 19 ມາເປັນເວລາ 3 ປີ. ໃນການຢ້ຽມຢາມຄັ້ງຕ່າງໆ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີການພົບປະສຳຄັນກັບບັນດາການນຳອາຊຽນ.

    ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືສືບຕໍ່ໄດ້ຮັບການຊຸກຍູ້

ພ້ອມກັບການປັບປຸງ ແລະ ຍູ້ແຮງການຮ່ວມມືກັບບັນດາປະເທດມະຫາອຳນາດ, ອາຊຽນ ກໍ່ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືສຳຄັນໃນທົ່ວໂລກຢ່າງບໍ່ຢຸດຢັ້ງ, ໃນນັ້ນມີ ສະຫະພາບເອີລົບ (EU).

ກາງເດືອນທັນວາ ປີ 2022, ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນການໂອ້ລົມສົນທະນາ ອາຊຽນ - EU (1977-2022), ສອງຝ່າຍໄດ້ຈັດຕັ້ງກອງປະຊຸມຂັ້ນສູງ ອາຊຽນ - EU ຢູ່ Brussels (ແບນຊິກ). ນີ້ແມ່ນຄັ້ງທຳອິດທີ່ ອາຊຽນ ແລະ EU ສົມທົບກັນຈັດຕັ້ງກອງປະຊຸມຂັ້ນສູງສະເຫຼີມສະຫຼອງການພົວພັນສອງຝ່າຍຢູ່ EU, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດສະມາຊິກ ອາຊຽນ ແລະ EU. ກອງປະຊຸມໄດ້ດຳເນີນພາຍຫຼັງ 2 ປີ ເມື່ອ ອາຊຽນ ແລະ EU ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ໃນປີ 2020. ຢູ່ກອງປະຊຸມ, ບັນດາການນຳ EU ອີກຄັ້ງໜຶ່ງ ໄດ້ເນັ້ນໜັກວ່າ ອາຊຽນ ຮັກສາທີ່ຕັ້ງໃຈກາງໃນຍຸດທະສາດການຮ່ວມມືຂອງ EU ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ໄດ້ປະກາດໃນປີ 2021 ແລະ ຫວັງວ່າຈະຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບ ອາຊຽນ.

ກໍ່ຄືກັນກັບ EU, ປະເທດຕ່າງໆຄື: ຍີ່ປຸ່ນ, ສ.ເກົາຫຼີ… ກໍ່ຖືເປັນສຳຄັນບົດບາດໃຈກາງຂອງ ອາຊຽນ ໃນການເຊື່ອມຕໍ່ພັດທະນາຢູ່ພາກພື້ນ, ເປັນຕົ້ນແມ່ນການເຊື່ອມຕໍ່ດ້ານເສດຖະກິດ ອາຊີ - ປາຊີຟິກ. ທ່ານຮອງສາດສະດາຈານ Sanae Suzuki ນັກຊ່ຽວຊານຂະແໜງພົວພັນຕ່າງປະເທດ, ມະຫາວິທະຍາໄລ ໂຕກຽວ ຢັ້ງຢືນວ່າ: “ຍີ່ປຸ່ນ ຕີລາຄາສູງບົດບາດຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊຽນ. ດ້ວຍທີ່ຕັ້ງພູມີສາດຍຸດທະສາດທີ່ສຳຄັນ, ອາຊຽນ ພວມກາຍເປັນຄູ່ຮ່ວມມືສຳຄັນໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ”.

ຕາມບັນດານັກຊ່ຽວຊານສາກົນແລ້ວ, ໃນສະພາບການສາກົນ ແລະ ພູມີສາດການເມືອງທົ່ວໂລກ ມີການຜັນແປທີ່ສັບສົນຫຼາຍຢ່າງ, ທີ່ຕັ້ງບົດບາດຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ພ້ອມກັບແຜນນະໂຍບາຍການຮ່ວມມືຢ່າງສະເໝີພາບ, ກວມລວມ, ເພື່ອສັນຕິພາບ ແລະ ວັດທະນາຖາວອນລວມຂອງ ອາຊຽນ ນັ້ນຈະແມ່ນພື້ນຖານທີ່ສຳຄັນ ຮັບປະກັນໂອກາດເຈລະຈາ ແລະ ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນຢູ່ພາກພື້ນ ແລະ ກວ້າງກວ່ານັ້ນອີກ.


top