ຂ່າວສານ

ອາ​ຊຽນ +3: ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ກວມ​ລວມ ແລະ ຍືນ​ຍົງ

ວັນທີ 19 ທັນວາ, ເວທີປາໄສອາຊີຕາເວັນອອກ ຄັ້ງທີ 20 (EAF -20), ໂດຍຫວຽດນາມ ເປັນປະທານຈັດເຂົ້າ ດ້ວຍຫົວຂໍ້ “ສະເຫຼີມສະຫຼອງ 25 ປີແຫ່ງວັນຮ່ວມມື ອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ): ພ້ອມກັນຟື້ນຟູ, ເຕີບໃຫຍ່ເຂັ້ມແຂງ ມຸ່ງໄປເຖິງການພັດທະນາແບບກວມລວມ, ສະໝ່ຳສະເໝີ ແລະ ຍືນຍົງ ຢູ່ ອາຊີຕາເວັນອອກ”, ທີ່ໄດ້ໄຂຂຶ້ນຢູ່ນະຄອນຍາຈາງ, ແຂວງ ແຄ໊ງຮ່ວາ.
  ທ່ານຮອງເລຂາທິການໃຫຍ່ ອາຊຽນ ເຈິ່ນດຶກບິ່ງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)  

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງເລຂາທິການໃຫຍ່ ອາຊຽນ ເຈິ່ນດຶກບິ່ງ ສະເໜີວ່າ ໃນໄລຍະຈະມາເຖິງ, ອາຊຽນ ຕ້ອງສົມທົບກັບ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ປັບປຸງ ແລະ ເສີມຂະຫຍາຍບົດບາດຂອງບັນດາກົນໄກຮ່ວມມື ໃຫ້ຫຼາຍກ່ວາອີກ, ເພື່ອແນໃສ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການເງິນ ແລະ ການຄ້າ, ມຸ່ງໄປເຖິງການພັດທະນາແບບຍືນຍົງ, ພ້ອມທັງໃຫ້ບຸລິມະສິດປັບປຸງກຳລັງຄວາມສາມາດທາງການແພດໃນພາກພື້ນ, ເປັນຕົ້ນແມ່ນການຄົ້ນຄ້ວາ, ພັດທະນາ ແລະ ຜະລິດວັກຊິນ.

ເວທີປາໄສ EAF -20 ໄດ້ດຳເນີນເປັນເວລາ 2 ວັນທີ 19 – 20 ທັນວາ. ບັນດາເຈົ້າໜ້າທີ່ອາວຸໂສ ແລະ ນັກຊ່ຽວຊານແຖວໜ້າຂອງບັນດາປະເທດ ອາຊຽນ + 3 ໄດ້ປະກອບສ່ວນຄຳເຫັນຢູ່ວາລະປຶກສາຫາລື ກ່ຽວກັບຫົວຂໍ້ຄື: ການຮ່ວມມືອາຊຽນ + 3 ໃນໄລຍະ 25 ປີຜ່ານມາ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຢູ່ອາຊີຕາເວັນອອກ, ຍົກສູງຄວາມສາມາດທາງການແພດແຫ່ງຊາດ ແລະ ພາກພື້ນເພື່ອແນໃສ່ເພີ່ມທະວີຄວາມສາມາດໃນການຮັບມືກັບບັນດາກໍລະນີການແພດສາທາລະນະຢ່າງຮີບດ່ວນໃນອະນາຄົດໃຫ້ດີກ່ວາ…


top