ຂ່າວສານ

ອາ​ຊຽນ 2020: ກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ ຄັ້ງ​ທີ 15

EAS ແມ່ນເວທີປາໄສຍຸດທະສາດແຖວໜ້າຂອງພາກພື້ນ, ແມ່ນບ່ອນທີ່ການນຳບັນດາປະເທດແລກປ່ຽນກ່ຽວກັບບັນດາບັນຫາສຳຄັນ, ຜົນສະທ້ອນຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຂອງ ພາກພື້ນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສຸດຍອດ ອາຊີ ຕາເວັນອອກ  (ພາບ: TTXVN)

ຕອນຄ່ຳວັນທີ 14 ພະຈິກ 2020, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສຸດຍອດ ອາຊີ ຕາເວັນອອກ (EAS) ເຊິ່ງຖືກຈັດຂຶ້ນຕາມຮູບການທາງອອນລາຍ ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ, ບັນດາປະເທດເຂົ້າຮ່ວມ EAS ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານ ປະທານທະນາຄານໂລກ David Malpass ໄດ້ຮັບຄຳເຊີນຂຶ້ນສະເໜີກ່ຽວກັບບັນດາຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19  ແລະ ຊຸກຍູ້ການຟື້ນຟູເສດຖະກິດແບບຍືນຍົງໃນທົ່ວໂລກ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງບົດບາດ ແລະ ຂອບຂະໜາດຂອງກອງປະຊຸມສຸດຍອດ EAS. ໂດຍຖື ອາຊຽນ ເປັນໃຈກາງ, ຖືການເຈລະຈາ, ການຮ່ວມມືເປັນທິດນຳ, ພາຍຫຼັງໄລຍະເວລາ 15 ປີ, EAS ແມ່ນເວທີປາໄສຍຸດທະສາດແຖວໜ້າຂອງພາກພື້ນ, ແມ່ນບ່ອນທີ່ການນຳບັນດາປະເທດແລກປ່ຽນກ່ຽວກັບບັນດາບັນຫາສຳຄັນ, ຜົນສະທ້ອນຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຂອງ ພາກພື້ນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍ ເນັ້ນໜັກວ່າ, ດ້ວຍຈຳນວນປະຊາກອນ 4,6 ຕື້ ຄົນ, ຍອດ GDP ບັນລຸກວ່າ 51.6000 ຕື້ USD, EAS ໄດ້ສ້າງຂອບເຂດທີ່ເໝາະສົມໃຫ້ບັນດາປະເທດທີ່ເຂົ້າຮ່ວມໄດ້ແບ່ງປັນບັນດາຄວາມສົນໃຈລວມ, ເຈລະຈາກ່ຽວກັບທຸກບັນຫາ ແລະ ຮ່ວມມືໃນຫຼາຍຂົງເຂດ. ໄປຄຽງຄູ່ກັນນັ້ນ, EAS ກໍປະກອບສ່ວນເຂົ້າໃນການກໍ່ສ້າງວິທີການສຳຜັດລວມກ່ຽວກັບບັນດາບັນຫາທີ່ພວມເກີດຂຶ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນັຟຸກ ເນັ້ນໜັກວ່າ ໃນສະພາບການໂລກພວມມີການຜັນປ່ຽນຢ່າງວ່ອງໄວ ແລະ ສັບສົນຄືໃນປັດຈຸບັນ, EAS ຕ້ອງເສີມຂະຫຍາຍບົດບາດຂອງຕົນແມ່ນເວທີປາໄສແຖວໜ້າໃນການຊຸກຍູ້ການເຈລະຈາ ແລະການຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ລະຫວ່າງບັນດາປະເທດ, ຫັນສິ່ງທ້າຍເປັນກາລະໂອກາດ, ແກ້ໄຂຄວາມຫຍຸ້ງຍາກ, ຫັນການສູ້ຢັນກັນເປັນການຮ່ວມມື, ຈາກນັ້ນ ປະກອບສ່ວນເຂົ້າໃນການກຳນົດໂຄງສ້າງການພົວພັນສາກົນຫຼາຍຢ່າງຢ່າງມີປະສິດທິຜົນ, ມີກຳລັງຄວາມສາມາດໃນການຮັບມືກັບບັນດາສິ່ງທ້າທາຍຂອງພາກພື້ນ ແລະ ທົ່ວໂລກຢ່າງມີປະສິດທິພາບ.

        ສິ້ນສຸດກອງປະຊຸມ, ການນຳບັນດາປະເທດໄດ້ຮັບຮອງເອົາບັນດາເອກະສານ ເຊິ່ງລວມມີ ຖະແຫຼງການຮ່າໂນ້ຍ ສະເຫຼີມສະຫຼອງ 15 ປີ ແຫ່ງວັນສ້າງຕັ້ງ EAS, ຖະແຫຼງການຂອງບັນດາການນຳຂັ້ນສູງ ອາຊີຕາເວັນອອກ ກ່ຽວກັບການຮ່ວມມືທາງທະເລແບບຍືນຍົງ; ຖະແຫຼງການຂອງບັນດາການນຳຂັ້ນສູງ ອາຊີ ຕາເວັນອອກກ່ຽວກັບການເພີ່ມທະວີກຳລັງຄວາມສາມາດລວມຂອງພາກພື້ນ ໃນການສະກັດກັ້ນ ແລະ ຮັບມືກັບໂລກລະບາດ; ຖະແຫຼງການຂອງການນຳຂັ້ນສູງ ອາຊີຕາເວັນອອກ ກ່ຽວກັບ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.

(ແຫຼ່ງຄັດຈາກ VOV)


top