ຂ່າວສານ

ອາເມລິກາຮຽກຮ້ອງສ້າງຕັ້ງສຳພັນທະມິດສາກົນເພື່ອແນໃສ່ກໍ່ຄວາມກົດດັນບັງຄັບໃຫ້ຈີນປ່ຽນແປງການກະທຳ

      ວັນທີ 23 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຮຽກຮ້ອງໃຫ້ສ້າງຕັ້ງສຳພັນທະມິດສາກົນ ເພື່ອແນໃສ່ກໍ່ຄວາມກົດດັນບັງຄັບໃຫ້ຈີນ ຕ້ອງປ່ຽນແປງການກະທຳ.

ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo
(ພາບ: Reuters)
      ກ່າວຄຳເຫັນຢູ່ຫໍສະມຸດ Richard Nixon, ຢູ່ລັດ California ໃນວັນທີ 23 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ເນັ້ນໜັກວ່າ, ຖ້າຫາກໂລກແຫ່ງຄວາມເສລີບໍ່ມີການປ່ຽນແປງ ຈີນ ໄດ້ນັ້ນ, ຈີນ ຈະປ່ຽນແປງໂລກ. ທ່ານ Mike Pompeo ກໍ່ໃຫ້ຮູ້ວ່າ, ຍຸດທະສາດຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ສຳລັບຈີນ ພວມນັບມື້ນັບແຂງກະດ້າງກວ່າ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດຈົ່ງພ້ອມກັນເຂົ້າຮ່ວມປ່ຽນແປງການກະທຳຂອງຈີນ ຍ້ອນບັນດາການກະທຳຂອງປະເທດນີ້ພວມນາບຂູ່ປະຊາຊົນ ແລະ ວັດທະນາຖາວອນຂອງບັນດາປະເທດອື່ນ.
        ຕາມທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ແລ້ວ, ອາເມລິກາ ຈະສືບຕໍ່ເຈລະຈາກັບຈີນ ຕາມທິດນຳທີ່ວ່າບໍ່ເຊື່ອໝັ້ນ, ຕ້ອງພິສູດໄດ້ ແລະ ບໍ່ປະລະບັນດາຄວາມແຕກໂຕນພື້ນຖານທາງດ້ານການເມືອງ ແລະ ແນວຄິດ, ເຊິ່ງແມ່ນສິ່ງທີ່ຈີນ ບໍ່ປະລະຈັກເທື່ອ.
(ແຫຼ່ງຄັດຈາກ VOV)


top