ຂ່າວສານ

ອາເມລິກາອາດຈະແກ່ຍາວການກຳນົດເວລາສຸດທ້າຍຕໍ່ເລື່ອງຂຶ້ນພາສີສຳລັບສິນຄ້າຈີນ

      ໃນສະພາວະ ອາເມລິກາ ແລະ ຈີນ ກະກຽມເຊື່ອມຕໍ່ບັນດາການເຈລະຈາດ້ານການຄ້າຄືນໃຫມ່ໃນສັບປະດາຈະມາເຖິງ ຢູ່ ນະຄອນຫລວງວໍຊິງຕັນ, ວັນທີ 15 ກຸມພາ ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ໃຫ້ຮູ້ວ່າ
ອາດຈະແກ່ຍາວການກຳນົດເວລາສຸດທ້າຍແມ່ນຮອດວັນທີ 1 ມີນາ ເພື່ອບັນລຸຂໍ້ຕົກລົງດ້ານການຄ້າກັບຈີນ ໃນຂະນະຍັງຄົງຮັກສາລະດັບພາສີຄືປະຈຸບັນ.
ທ່ານ ປະທານາທິບໍດີ ອາເມລິກາ Donald Trump ເນັ້ນຫນັກວ່າ ຍິ່ງກວ່າເວລາໃດໝົດ ອາເມລິກາ ພວມໃນຈຸດເວລາໃກ້ຈະບັນລຸຂໍ້ຕົກລົງດ້ານການຄ້າຢ່າງແທ້ຈິງກັບຈີນແລ້ວ ແຕ່ທ່ານຍັງຍອມຮັບວ່າ ບັນດາການເຈລະຈານີ້ອາດຈະສັບສົນທີ່ສຸດ.
 (ແຫຼ່ງຄັດຈາກ VOV)

top