ຂ່າວສານ

ອາເມລິກາສືບຕໍ່ຈັດວາງພາສີໃສ່ ສິນຄ້າ ຫວຽດນາມ ຈະສົ່ງຜົນກະທົບທາງລົບຕໍ່ການແລກປ່ຽນການຄ້າ

      ວັນທີ 21 ທັນວາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໃຫ້ຮູ້ວ່າ ຕາມແຫຼ່ງຂ່າວ ຂອງ Reuters ແລ້ວ, ກະຊວງການຄ້າ ອາເມລິກາ ພວມກະກຽມສືບຕໍ່ຈັດວາງພາສີໃສ່ສິນຄ້າ ຂອງ ຫວຽດນາມນັບແຕ່ເດືອນທັນວາ ປີນີ້ ໂດຍອີງໃສ່ຂໍ້ກ່າວຫາທີ່ວ່າ ຫວຽດນາມກຳນົດມູນຄ່າສະກຸນເງິນດົ່ງຢູ່ລະດັບຕ່ຳ.

ພາບປະກອບ: congan.com.vn
      ກະຊວງອຸດສາຫະກຳ ແລະ ການຄ້າຢັ້ງຢືນວ່າ: ຫວຽດນາມສະແດງຄວາມເສຍດາຍຕໍ່ຂໍ້ຕົກລົງທີ່ໄດ້ອອກໃນວັນທີ 2 ຕຸລາ 2020 ຂອງ ອົງການຕາງໜ້າການຄ້າ ອາເມລິກາ (USTR) ທີ່ໄດ້ເລີ່ມດຳເນີນການສືບສວນຕາມ ມາດຕາ 301 ຂອງກົດໝາຍວ່າດ້ວຍການຄ້າ 1974 ຕໍ່ບັນຫາເງິນຕາ ແລະ ໄມ້ຂອງ ຫວຽດນາມ ໃນຈຸດເວລາທີ່ການພົວພັນຮ່ວມມືທາງການທູດ, ວັດທະນະທຳ, ເສດຖະກິດ, ການຄ້າ ຂອງສອງຝ່າຍພວມດຳເນີນຢ່າງຈົບງາມທີ່ສຸດ. ພາຍຫຼັງ USTR ມີຂໍ້ຕົກລົງເລີ່ມດຳເນີນການສືບສວນເຫດດັ່ງກ່າວ, ໃນທັນທີ, ຫວຽດນາມ ໄດ້ປະກາດກັບຝ່າຍອາເມລິກາ ວ່າ ພ້ອມແລ້ວທີ່ຈະສົມທົບກັບອາເມລິກາ ຢ່າງແໜ້ນແຟ້ນໃນວິວັດຂະບວນການສືບສວນ ແລະ ສ້າງບັນດາກຸ່ມປະຕິບັດງານເພື່ອເຮັດວຽກກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງຂອງອາເມລິກາ.
            ຕາມກະຊວງອຸດສາຫະກຳ ແລະ ການຄ້າ ແລ້ວ, ໃນໄລຍະທີ່ຜ່ານມາ, ມີສະຫະສະມາຄົມ, ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນທີ່ມີອິດທິພົນຊື່ສຽງໃນ ປະຊາຄົມວິສາຫະກິດອາເມລິກາໄດ້ອອກສຽງຄັດຄ້ານຕໍ່ການສືບສວນ ແລະ ທຸກເຈດຈຳນົງຈັດວາງພາສີໃສ່ສິນຄ້າ ຫວຽດນາມ ຢ່າງແຮງ, ຍ້ອນວ່າສິ່ງນີ້ຈະໄປຝຶນກັບຜົນປະໂຫຍດຂອງປະເທດຊາດ, ວິສາຫະກິດ ແລະ ປະຊາຊົນສອງປະເທດ. ໃນກໍລະນີ USTR ຍູ້ໄວວິວັດທະນາການຈັດວາງຄຳສັ່ງລົງໂທດຕໍ່ສິນຄ້າສົ່ງອອກຂອງ ຫວຽດນາມ ແບບພຽງລຳຟັງຝ່າຍດຽວ, ແນ່ນອນວ່າ ຈະສົ່ງກະທົບຫຍໍ້ທໍ້ຕໍ່ການເຄື່ອນໄຫວແລກປ່ຽນການຄ້າ ເວົ້າສະເພາະ ແລະ ການພົວພັນສອງຝ່າຍລະຫວ່າງສອງປະເທດເວົ້າລວມ.
(ແຫຼ່ງຄັດຈາກ VOV)


top