ຂ່າວສານ

ອາເມລິກາປະກາດຈຸດເວລາຈັດວາງອັດຕາພາສີໃໝ່ສຳລັບສິນຄ້າຂອງຈີນ

      ວັນທີ 07 ສິງຫາ, ລັດຖະບານອາເມລິກາ ປະກາດວ່າ, ຮອບຈັດວາງອັດຕາພາສີລົງໂທດດ້ວຍລະດັບ 25% ຄັ້ງທຳອິດສຳລັບສິນຄ້າຂອງຈີນ ທີ່ມີມູນຄ່າ 50 ຕື້ USD ຈະຖືກຈັດວາງຢ່າງເປັນທາງການແຕ່ວັນທີ 23 ສິງຫາ ຈະມາເຖິງ.

(ພາບປະກອບ: EPA)
      ແຈ້ງການຂອງຫ້ອງການຜູ້ຕາງໜ້າການຄ້າອາເມລິກາ Robert Lighthizer ຢືນຢັນວ່າ, ການສືບສວນຢ່າງ “ລອບຄອບທີ່ຖ້ວນ” ຂອງອົງການນີ້ໄດ້ຊີ້ໃຫ້ເຫັນວ່າ “ການກະທຳ, ນະໂຍບາຍ ແລະ ວິທີປະຕິບັດຂອງຈີນ ກ່ຽວຂ້ອງເຖິງການຖ່າຍທອດເຕັກໂນໂລຊີ, ຊັບສິນທາງປັນຍາ ແລະ ປ່ຽນໃໝ່ແມ່ນໄຮ້ເຫດຜົນ, ຈຳແນກການປະພຶດ ແລະ ສ້າງຄວາມໜັກໜ່ວງໃຫ້ແກ່ການຄ້າອາເມລິກາ”.
        ຕາມແຈ້ງການແລ້ວ, ໄດ້ມີ 279 ຜະລິດຕະພັນໃໝ່ຂອງຈີນ ຈະຖືກຈັດວາງອັດຕາພາສີດ້ວຍລະດັບ 25% ຄື: ລົດຈັກ, ລົດລາກແກ່, ກົນຈັກ…
 (ແຫຼ່ງຄັດຈາກ VOV)

top