ຂ່າວສານ

ອາເມລິກາຈັດຕັ້ງກອງປະຊຸມສຸດຍອດໂຄວິດ-19ທົ່ວໂລກໃນສັບປະດາຈະມາເຖິງ

      ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Joe Biden ບໍ່ພຽງແຕ່ຍູ້ແຮງການຫນູນຊ່ວຍ ວັກຊິນ ເທົ່ານັ້ນ ຫາກຍັງຊຸກຍູ້ການເພີ່ມທະວີການຜະລິດວັກຊິນ ໃນທົ່ວໂລກອີກດ້ວຍ.
ຍົກຍ້າຍຜູ້ຕິດເຊື້ອໂຄວິດ - 19 ເຖິງໂຮງໝໍຢູ່ Pretoria ອາຟຼິກາໃຕ້.(ພາບ:AFP/TTXVN)
      ວັນທີ 17 ກັນຍາ  ທຳນຽບຂາວ ໄດ້ປະກາດວ່າ ຈະຈັດຕັ້ງກອງປະຊຸມສຸດຍອດໂຄວິດ 19 ທົ່ວໂລກໃນສັບປະດາຈະມາເຖິງ ເພື່ອແນໃສ່ຊອກຫາວິທີຍູ້ແຮງບັນດາຄວາມມານະພະຍາຍາມສັກວັກຊິນໃຫ້ແກ່ໂລກ. ກອງປະຊຸມສຸດຍອດຈະດຳເນີນຕາມຮູບການທາງໄກໃນວັນທີ 22 ກັນຍາ ກົງກັບຈຸດເວລາດຳເນີນກອງປະຊຸມສະມັດຊາໃຫຍ່ ສປຊ. ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Joe Biden ພວມມີແຜນການຊື້ວັກຊິນຕື່ມອີກຮ້ອຍໆລ້ານ ໂດສ ເພື່ອຫນູນຊ່ວຍບັນດາປະເທດ ແລະ ທີ່ກອງປະຊຸມ ອາດຈະເລັ່ງລັດບັນດາປະເທດອື່ນກໍ່ມີການກະທຳເຊັ່ນດຽວກັນ.
      ບັນດາຂ່າວຄາວດັ່ງກ່າວປະກົດອອກໃນສະພາບ ອາເມລິກາ ພວມຖືກກຳລັງດັນຕ້ອງຊ່ວຍຍູ້ໄວການສັກວັນຊິນທົ່ວໂລກ. ມາຮອດປະຈຸບັນ ອາເມລິກາ ໄດ້ຫນູນຊ່ວຍວັນຊິນໃຫ້ແກ່ບັນດາປະເທດດ້ວຍຈຳນວນ ປະມານ 140 ລ້ານໂດສ ແລະ ຈະສູ້ຊົນເພື່ອຫນູນຊ່ວຍປະມານ 500 ລ້ານໂດສ ໃນປີນີ້ ແລະປີຕໍ່ໄປ. ເຖິງຢ່າງໃດກໍຕາມ ວົງການຊ່ຽວຊານປາດຖະຫນາ ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Joe Biden ບໍ່ພຽງແຕ່ຍູ້ແຮງການຫນູນຊ່ວຍ ວັກຊິນ ເທົ່ານັ້ນ ຫາກຍັງຊຸກຍູ້ການເພີ່ມທະວີການຜະລິດວັກຊິນ ໃນທົ່ວໂລກອີກດ້ວຍ.
(ແຫຼ່ງຄັດຈາກ VOV)


top